ອັດຕະປື ຖືເອົາການກະສິກຳ ເປັນບູລິມະສິດໃນການພັດທະນາໄລຍະໃໝ່

ປະຈຸບັນ ແຂວງ ອັດຕະປື ກຳລັງໄດ້ຮັບ ການພັດທະນາ ຕາມທິດ ຊີ້ນຳຂອງພັກ ແລະ ລັດ ຖະບານ ໂດຍສະເພາະ ພາຍໃຕ້ການຈັດຕັ້ງຜັນ ຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ IX ຂອງ ພັກ,​ ຄະນະພັກແຂວງອັດຕະປື ໄດ້ວາງໂຄງການ ຫັນປ່ຽນໃໝ່ຕາມທິດ ຖືເອົາການສົ່ງເສີມການປູກ-ການລ້ຽງ, ເອົາການຜະລິດຕິດພັນກັບຕະຫຼາດ ແຕ່ຫົວ ທີ ແລະ ຖືເອົາການກະສິກຳ ເປັນແຜນບູລິມະສິດ ຂອງແຂວງ ໃນການພັດທະນາໄລຍະໃໝ່.
ສະຫາຍ ດຣ. ນາມ ວິຍະເກດ ເລຂາພັກແຂວງ ອັດຕະປື ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນ ປະຕິ ວັດລາວ ໃນວັນທີ 19 ມັງກອນຜ່ານມາ ກ່ຽວກັບ ການພັດທະນາແຂວງອັດຕະປື ໃນໄລຍະໃໝ່ ໂດຍ ໄດ້ຍົກໃຫ້ເຫັນວ່າ: ອຳນາດການປົກຄອງແຂວງ ໄດ້ຊີ້ ນຳໃຫ້ພະແນກກະສິກຳ-ປ່າໄມ້ແຂວງ ຄັດເລືອກເປົ້າ ໝາຍຕົວແບບເຂດ ທີ່ມີເງື່ອນໄຂພຽງພໍ, ເໝາະສົມໃນ ການປູກ-ການລ້ຽງ ແລ້ວຈັດເປັນໂຄງການທົດລອງ, ສຸມພະນັກງານວິຊາການ ລົງຊີ້ນຳຕົວຈິງແລ້ວຖອດ ຖອນບົດຮຽນ ແລະ ຂະຫຍາຍ         ໄປສູ່ເຂດອື່ນຊຶ່ງໃນເບື້ອງຕົ້ນ ແມ່ນການປູກມັນຕົ້ນທີ່ມີຕະ ຫຼາດກັບທີ່, ປູກສາລີ, ປູກເຂົ້າ ແນວພັນໃໝ່, ປູກຫຍ້າ ເພື່ອ ລ້ຽງງົວ ໂດຍແມ່ນບໍລິສັດຮວ່າງ ແອງຢາລາຍ ຈະສະໜອງແນວ ພັນຫຍ້າ ແລະ ແນວພັນງົວ ໃຫ້. ພ້ອມທັງໃຫ້ຄົ້ນຄວ້າຫາ ສິນຄ້າປະເພດອື່ນໆຕື່ມ ເພື່ອ ສົ່ງເສີມໃຫ້ປະຊາຊົນສ້າງລາຍ ຮັບເພີ່ມໄປພ້ອມກັບການສົ່ງ ເສີມທ່າແຮງເສດຖະກິດອື່ນໆ ເຊັ່ນ: ຂະແໜງການບໍລິການ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ການຂຸດ ຄົ້ນທ່າແຮງທາງທຳມະຊາດ ແລະ ອື່ນໆ.
ສະຫາຍ ດຣ. ນາມວິຍະ ເກດ ຍັງໃຫ້ຮູ້ອີກວ່າ: ປະຈຸບັນ ແຂວງອັດຕະປື ໄດ້ມີການຫັນ ປ່ຽນດ້ວຍໂສມໜ້າໃໝ່ ອັນພົ້ນ ເດັ່ນແມ່ນ ລັດຖະບານ ໄດ້ລົງ ທຶນຮ່ວມກັບ ສສ ຫວຽດນາມ ສ້າງເສັ້ນທາງ 18 ເບ ເຊື່ອມຕໍ່ ອັດຕະປື ກັບ ສສ ຫວຽດນາມ ເຮັດໃຫ້ແຂວງອັດຕະປື ເປັນ ແຂວງເປີດ; ສົ່ງເສີມການລົງ ທຶນຂອງຕ່າງປະເທດເຂົ້າໃນ ການພັດທະນາກະສິກຳຂະ ໜາດໃຫຍ່ທີ່ທັນສະໄໝ ເຊັ່ນ: ການປູກຢາງພາລາຫຼາຍ 10 ພັນເຮັກຕາ ດ້ວຍລະບົບນ້ຳ ຢອດ, ປູກປາມ ແລະ ປະຈຸບັນ ພວມປູກຫຍ້າຫຼາຍພັນເຮັກ ຕາ.

ແຫ່ລງຂ່າວ

ປຊຊ