ອາກາດໜາວແຮງ ລັດຖະມົນຕີສຶກສາຯ ສັ່ງພັກຮຽນທົ່ວປະເທດ

ເນື່ອງຈາກສະພາບອາກາດຍັງສືບຕໍ່ໜາວຈັດໃນຂອບເຂດທົ່ວປະເທດ, ມື້ວານນີ້ ວັນທີ 25 ມັງກອນ 2016 ທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາແລະກິລາ ໄດ້ອອກແຈ້ງການເຖິງບັນດາເຈົ້າແຂວງແລະເຈົ້າຄອງກຳແພງນະຄອນ ເລື່ອງການຮັກສາສຸຂະພາບເດັກນ້ອຍນັກຮຽນ-ນັກສຶກສາ.

ດຣ ພັນຄຳ ວິພາວັນ
ທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ

ໃນໃບແຈ້ງການກ່າວວ່າ ລະຫວ່າງວັນທີ 25-31 ມັງກອນ 2016 ແມ່ນເປັນໄລຍະພັກຮຽນຂອງນັກຮຽນ, ແຕ່ແນວໃດກໍຕາມ ຖ້າຮອດວັນທີ 1 ກຸມພາ 2016 ອາກາດຍັງສືບຕໍ່ໜາວຈັດໄປຕື່ມອີກ ແມ່ນແນະນຳໃຫ້ບັນດາເຈົ້າແຂວງ, ເຈົ້າຄອງນະຄອນ ສົມທົບກັບພາກສ່ວນສຶກສາທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມວ່າ ຈະຄວນໂຈະການຮຽນ-ການສອນໄວ້ຊົ່ວຄາວກ່ອນ ຈົນກວ່າອາກາດຈະອົບອຸ່ນຂຶ້ນ ຈຶ່ງສືບຕໍ່ການຮຽນ-ການສອນ ທັງນີ້ກໍເພື່ອຮັກສາສຸຂະພາບເດັກນ້ອຍ-ນັກຮຽນ-ນັກສຶກສາ. ໃນຂະນະດຽວກັນກໍຂໍໃຫ້ກະກຽມການຮຽນ-ການສອນແທນຄືນໃນໄລຍະທີ່ໂຈະການຮຽນ ເພື່ອໃຫ້ໄດ້ຮຽນ-ໄດ້ສອນຄົບຕາມຫຼັກສູດ.

12548889_1055680781118846_1551972693817464033_n