ອາຊຽນ-ຣັດເຊຍ ເປີດກອງປະຊຸມ ໜ່ວຍງານຜູ້ຊົງຄຸນວຸດທິຄັ້ງທີ 1 ຢູ່ນະຄອນຫລວງວຽງຈັນ

ກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊົງຄຸນ​ວຸດ​ທິ​ອາ​ຊຽນ-ຣັດ​ເຊຍ ຄັ້ງ​ທີ 1 ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 19-20 ມັງກອນ 2016 ທີ່​ໂຮງແຮມ​ເມີກຽວ ໂດຍ​ເປັນ​ປະທານ​ຮ່ວມຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະເທດ ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸໂສ​ອາ​ຊຽນຂອງ ​ສປປ ລາວ ແລະ ທ່ານ ອາ​ເລັກ​ຊານ​ເດີ​ເອ ອີ​ວາ​ນອບ ທູດ​ປະຈຳ​ກະຊວງ​ການ​ຕ່າງ​ປະເທດ​ຂອງ​ຣັດ​ເຊຍ ມີ​ບັນດາ​ສະມາ​ຊິກ​ອາ​ຊຽນ ຄະນະ​ຜູ້​ແທນຈາກ​ບັນດາ​ປະເທດ​ອາ​ຊຽນ-ຣັດເຊຍ ກອງ​ເລຂາ​ອາ​ຊຽນ ແລະ ຂະແໜງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ເພື່ອ​ເປັນ​ການ​ທົບ​ທວນຄືນການ​ຮ່ວມ​ມື​ລະຫວ່າງອາ​ຊຽນ-ຣັດ​ເຊຍ ຕະຫຼອດ​ໄລຍະ 20 ປີຜ່ານ​ມາ (1996-2016) ແລະ ປຶກສາ​ຫາລື​ຮ່າງ​ບົດ​ລາຍ​ງານຂອງ​ໜ່ວຍ​ງານ​ຜູ້​ຊົງ​ຄຸນ​ວຸດ​ທິ​ອາຊຽນ-ຣັດ​ເຊຍ ຄົ້ນຄວ້າ​ບັນດາ​ຂໍ້ລິ​ເລີ່ມ​ໃໝ່ ແລະ ຂໍ້​ສະເໜີ​ແນະ ທັງ​ນີ້​ກໍ່​ເພື່ອ​ເປັນ​ທິດ​ທາງ​ໃຫ້​ແກ່ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນການ​ຮ່ວມ​ລະຫວ່າງອາ​ຊຽນ-ຣັດ​ເຊຍ ໃຫ້​ກ້າວ​ສູ່​ລະດັບ​ໃໝ່ໃນ​ອະນາຄົດ.

ສຳລັບ​ບົດ​ລາຍ​ງານ​ທີ່​ນຳ​ມາຜ່ານ​ໃນ​ຄັ້ງ​ນີ້ ​ແມ່ນ​ຈະ​ໄດ້​ນຳ​ສະເໜີ​ໃຫ້​ບັນດາ​ຜູ້ນຳ​ອາ​ຊຽນ-ຣັດເຊຍ ພິຈາລະນາ​ຮອງ​ຮັບ​ເອົາ ໃນ​ກອງ​ປະຊຸມ​ສຸດ​ຍອດ​ສະເຫຼີມສະຫຼອງ ​ການ​ຮ່ວມ​ມື​ອາ​ຊຽນ-ຣັດ​ເຊຍ ຄົບຮອບ 20 ປີ ທີ່​ຈະ​ຈັດຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 19-20 ພຶດສະພາ 2016 ຢູ່​ທີ່ ໂຊ​ຈິ ປະເທດ​ຣັດ​ເຊຍ.

 

ແຫລ່ງຂ່າວ:

ວຈໝ