ອາຊຽນ – ອີຢູ ຮ່ວມມືຍົກລະດັບຄຸນນະພາບການສຶກສາ

400.사진-21

ຂປລ.ຕາມຂ່າວຕ່າງປະເທດ,ໃນວັນທີ 25 ສິງຫາ2015, ຄະນະເລຂາ ອາຊຽນ ໄດ້ຈັດການເຈລະຈາ ນະໂຍບາຍ ອາຊຽນ-ສະຫະພາບເອີລົບ(EU) ກ່ຽວກັບ ການຍົກລະດັບ ຄຸນນະພາບ ການ ສຶກສາຂັ້ນ ມະຫາວິທະຍາໄລ ໃນພາກພື້ນ ອາຊຽນ ເຊິ່ງເປັນໂຄງການ ທົດລອງຂອງອີຢູ.

ທ່ານ ອາລີເຊຍ ເດລາໂຣສາ, ຮອງເລຂາ ທິການໃຫຍ່ ອາຊຽນ ໄດ້ເນັ້ນໃຫ້ຮູ້ວ່າ: ອາ​ຊຽນ ​ແລະ ​ອີ​ຢູ ໄດ້ ​ຮ່ວມ​ມືຊຸກຍູ້​ ດ້ານ​​ສຶກສາ ຂັ້ນມະຫາວິທະຍາ​ໄລ ​ໃນ​ພາກພື້ນ ​ເ​ແນ​ໃສ່​ຂຸດ​ຄົ້ນ​ ຄວາມ​ສາມາດ​ບົ່ມ​ຊ້ອນ ທີ່ນຳ​ມາເຖິງຜົນ​ປະ​ໂຫຍ​ດ ຢ່າງ​ແທ້​ຈິງ ​ໃຫ້​ນັກ​ສຶກສາ, ບັນດາ​ອົງການ ​ສຶກສາ​ຂັ້ນ ​ມະຫາວິທະຍາ​ໄລ ກໍ ​ຄື ​​ນັກ​ຊ່ຽວຊານ ​ໃນ​ພາກ​ພື້ນ ​ອາ​ຊຽນ. ພ້ອມທັງ ເນັ້ນນະໂຍບາຍ ໃນການຮັບຮູ້ໃນປະ ກາດສະ​ນີຍະ​ບັດ ​ຂັ້ນມະຫາວິທະຍາ​ໄລ​ ໃນບັນດາ ​ປະ​ເທດ​ອາ​ຊຽນ ​ແລະ ​ເພີ່ມທະວີ ກຳລັງ ​ຄວາມ​ສາມາດ ​ບັນດາ​ມະຫາ ວິທະຍາ​ໄລ ຢູ່ ລາວ, ກຳປູ​ເຈຍ, ມຽນມາ ​ແລະ ຫວຽດນາມ(CLMV).

 

ຂອບໃຈຂ່າວຈາກ:

ຂປລ