ອາຍຸບໍ່ແມ່ນອຸປະສັກ! ພໍ່ຕູ້ຊາວໂອຕຣິດ ອາຍຸ 81 ປີ ເຂົ້າວິວາກັບນາງແບບສາວ 24 ປີ!

 

 

ອາຍຸບໍ່ເປັນອຸປະສັກກີດກັ້ນຄວາມຮັກ ເມື່ອມະຫາເສດຖີຊາວໂອຕຣິດ ອາຍຸ 81 ປີ ເຂົ້າຫໍຮ່ວມວິວາກັບນາງແບບສາວ

ອາຍຸພຽງ 24 ປີ ໃນບັນຍາກາດດັ່ງເທບນິຍາຍ.

 

ວັນທີ 16 ກັນຍາ 2014 ຜ່ານມານີ້ ເວັບຂ່າວຂອງຕ່າງປະເທດ ໄດ້ເຜີຍແຜ່ພາບຈາກງານວິວາສຸດຫວານ ທີ່ບໍ່ວ່າໃຜໆກໍ

ຕ້ອງຕົກຕະລຶງ ເມື່ອພົບວ່າຄູ່ບ່າວສາວຂອງງານ ຄືພໍ່ຕູ້ມະຫາເສດຖີອາຍຸ 81 ປີ ກັບນາງແບບສາວໜ້າປົກວາລະສານ

ທີ່ມີອາຍຸໜ້ອຍກ່ວາລາວເຖິງ 57 ປີ.

 

ທ່ານ ຣິຊາດ ລຸກເນີ ມະຫາເສດຖີຊາວໂອຕຣິດ ໄດ້ທຸ່ມເງິນເນລະມິດງານແຕ່ງດອງໃນຝັນຂອງຕົນ ພໍປານກັບເທບນິ

ຍາຍໃຫ້ແກ່ ເຄທີ່ ຊະມິດ ນາງແບບສາວອາຍຸ 24 ປີ ເຊິ່ງເປັນເຈົ້າສາວຄົນທີ 5 ຂອງເຂົາ ດ້ວຍການພານາງນັ່ງລົດມ້າ

ທີ່ທຽມດ້ວຍມ້າສີຂາວບໍລິສຸດ ແລ່ນຜ່ານຝູງຊົນຕາມຖະໜົນໃນນະຄອນຫລວງວຽນນາ ໄປຍັງພະລາຊະວັງເຊິນບຣຸນ

ເຊິ່ງເປັນສະຖານທີ່ຈັດພິທີໃນຄັ້ງນີ້.

 

x-1_8

 

ສ່ວນເຈົ້າສາວແມ່ນຢູ່ໃນຊຸດແຕ່ງດອງ ເຊິ່ງປະດັບໄປດ້ວຍເພັດພອຍ ແລະ ກະໂປງສີມ່ວງ ເບິ່ງແລ້ວເຮັດໃຫ້ບັນຍາ

ກາດແຫ່ງຄວາມສຸກນີ້ເປັນໄປຢ່າງດີ ໂດຍນາງຍັງໄດ້ເຄີຍໃຫ້ສຳພາດກ່ອນມື້ແຕ່ງດອງວ່າ ” ພວກເຮົາບໍ່ໄດ້ຕັ້ງໃຈທີ່

ຈະຕົກຫລຸມຮັກກັນ ແຕ່ວ່າມັນກໍໄດ້ເກີດຂຶ້ນແລ້ວ ຄວາມຮັກບໍ່ກ່ຽວຂ້ອງກັບອາຍຸດອກ! ”

 

x-2_12

x-3_12

x-5_8