ອາຫານຊະລໍຄວາມເຖົ້າ ຮູ້ໄວ້ກາບໍ່ເສຍຫາຍ

ອາຫານຊະລໍຄວາມເຖົ້າ ຮູ້ໄວ້ກາບໍ່ເສຍຫາຍ
ບໍ່ມີສາວໆຄົນໃດຢາກໜ້າເຖົ້າກ່ອນໄວອັນຄວນຢ່າງແນ່ນອນ ຖ້າເປັນຜູ້ຍິງແລ້ວ ຈະປ່ອຍໂຕບໍ່ເບິ່ງແຍ່ງໂຕເອງບໍ່ແມ່ນເລື່ອງດີຢ່າງແນ່ນອນ ມື້ນີ້ເຮົາມີເມນູອາຫານກິນຕ້ານຄວາມເຖົ້າມາຝາກສາວໆກັນ
– ບ໊ອກໂຄລີ່ ມີສານຊັນໂພລາເຟນ ຊ່ວຍລ້າງສານຜິດໃນຮ່າງກາຍ ຊ່ວຍຕໍ່ຕ້ານອານຸມູນອິດສະລະ ເພີ່ມພູມຄຸ້ມກັນ ນອກຈາກນີ້ຍັງບຳລຸງຜິວພັນ ເພີ່ມຄວາມຢືດຢຸ່ນໃຫ້ຜິວໜັງ ຊະລໍຜິວພັນບໍ່ໃຫ້ຫ່ຽວແຫ້ງ
– ນົມຖົ່ວເຫຼືອງ ຊ່ວຍລົດຄວາມດັນ ເພີ່ມໄຂມັນດີ ຊ່ວຍປົກປ້ອງການອຸດຕັນຂອງໄຂມັນໃນເສັ້ນເລືອດ
– ແອັບເປຶ້ນ ຕ້ານອານຸມູນອິດສະລະ ຊ່ວຍໃນການສະລໍໄວ ປ້ອງກັນສະໝອງຈາກພາວະຖືກທຳລາຍ ກຶນແບບບໍ່ຕ້ອງປອກເປືອກ່
– ໄວນ໌ແດງ ຊ່ວຍກະຕຸ້ນຄວາມຈຳແລະການຮັບຮູ້ ລົດຄວາມອ້ວນ ແລະພາວະໂລກໄຂມັນ ຕັບແລະເບົາຫວານ ມີສານຕໍ່ຕ້ານອານຸມູນອິດສະລະ ຊ່ວຍປ້ອງກັນຮ່າງກາຍຈາກຄວາມເສຍຫາຍ ແລະຊະລໍຄວາມເຖັ້າໄດ້
– ປາແຊວມອນ ສານສີສົ້ນໃນປາແຊວມອນ ເປັນສານໃນກຸ່ມຄາໂລຕີນ ຊ່ວຍຕ້ານອານຸມູນອິດສະລະ ເຮັດໃຫ້ຫົວໃຈມີສຸຂະພາບດີ ຊ່ວຍປ້ອງກັນພະຍາດໝາກໄຂ່ຫຼັງ ແລະເບົາຫວານ