ອາຫານທ່ຽງໃນໂຮງຮຽນ ເປັນທ່າແຮງພັກດັນການຮຽນ-ການສອນ ຢູ່ແຂວງຜົ້ງສາລີ

ເມື່ອວັນທີ 6 ມັງກອນ ຜ່ານມາ, ທ່ານ ພອນໄຊ ຫຼ້າຈັນເພັດ ວິຊາການຂະແໜງການສຶກສາກ່ອນໄວຮຽນປະຖົມສຶກສາ ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ແຂວງຜົ້ງສາລີ, ຜູ້ຮັບຜິດຊອບວຽກງານອາຫານທ່ຽງໃນໂຮງຮຽນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ນສພ ສຶກສາ-ກິລາລາຍວັນວ່າ: ແຂວງຜົ້ງສາລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ມີຊາຍແດນຕິດຈອດກັບບັນດາປະເທດ ແລະ ແຂວງ ຄື: ທິດ​ເໜືອ ​ແລະ ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຕິດກັບ ສປ ຈີນ, ທິດຕາ​ເວັນ​ອອກ​ຕິ​ດກັບ ສສ ຫວຽດນາມ, ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຕິດ​ກັບ​ແຂວງ​ອຸດົມ​ໄຊ ແລະ ທິດ​ໃຕ້​ຕິດ​ກັບ​ແຂວງ​ຫຼວງ​ພະ​ບາງ, ອາຊີບ​ຕົ້ນຕໍ​ຂອງປະຊາຊົນ​ແມ່ນ​​ເຮັດ​ໄຮ່, ​ເຮັດ​ສ່ວນ, ​ເຮັດ​ນາ ​ ແລະ ການ​ບໍລິການ​ຈຳນວນ​ໜຶ່ງເປັນຫຼັກ.ຂະນະທີ່ການ​ດຳລົງ​ຊີວິດ​ສ່ວນ​ໃຫຍ່​ຂອງປະຊາຊົນຍັງ​ອາ​ໄສ​ທຳ​ມະ​ຊາດ. ນອກນັ້ນ ທີ່​ຕັ້ງ​ບ້ານ​ຍັງກະ​ແຈກ​ກະ​ຈ່າຍເຮັດ​ໃຫ້ການ​ຂະຫຍາຍ​ຕາງ​ໜ່າງການ​ສຶກສາ​ພົບ​ຄວາມ​ຫຍຸ້ງຍາກ, ​ເດັກ​ໃນ​ເກນ​ອາຍຸ​ກໍ່​ບໍ່​ໄດ້​ເຂົ້າ​ຮຽນ​ໝົດທຸກຄົນ,   ຄຸ​ນະພາ​ບການ​ຮຽນ-ການ​ສອນ​ຍັງ​ຕໍ່າ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຟືດ​ເຄື່ອງ,​ ອັດຕາ​ການ​ຂາດ​ສານ​ອາຫານສູງ. ສະນັ້ນ,​ ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ພັກ-ລັດຖະບານ​ເຮົາ​ຈຶ່ງມີໂຄງການ EFA-FTI ​ເຂົ້າ​ມາຊ່ວຍ​ເຫຼືອແຂວງ​ຜົ້ງ​ສາລີ ​ໂດຍ​ແມ່ນໂຄງການ​ປຸງ​ແຕ່ງອາຫານ​ທ່ຽງ​ໃຫ້​ເດັກ​ໄດ້​ກິນທຸກ​ມື້​ທີ່​ເຂົ້າ​ໂຮງຮຽນ ແລະ ໃນສົກປີ 2014-2015 ໂຄງການ ECE ກໍ່ໄດ້ສືບຕໍ່ຈາກໂຄງການ FFA-FTI ຈົນຮອດປີ 2019. ສົກຮຽນ 2010-2011 ເປັນຕົ້ນມາ ແຂວງຜົ້ງສາລີ ມີຈຳນວນໂຮງຮຽນເປົ້າໝາຍຢູ່ 42 ໂຮງຮຽນເທົ່າກັບ 50 ເປີເຊັນ, ໃນສົກຮຽນ 2011-2012 ຂະຫຍາຍຕື່ມອີກ 40 ໂຮງຮຽນ ແລະ ສົກຮຽນ 2012-2013 ຂະຫຍາຍຕື່ມອີກ 20 ໂຮງຮຽນ ລວມທັງໝົດ 102 ໂຮງຮຽນ ແຕ່ຖືກຍຸບ 2 ໂຮງຮຽນ. ມາໃນສົກຮຽນ 2014-2015 ມີໂຮງຮຽນປະຖົມທັງໝົດ 100 ແຫ່ງ, ໃນນີ້ ມີໂຮງຮຽນປະຖົມສົມບູນ 51 ແຫ່ງ ແລະ ມີຫ້ອງຄວບ 174 ຫ້ອງ, ມີນັກຮຽນລ້ຽງເດັກ, ອະນຸບານ ແລະ ຫ້ອງກຽມປະຖົົມ 743 ຄົນ, ຍິງ 364 ຄົນ, ຊາຍ 379 ຄົນ,ມີຈໍານວນນັກຮຽນແຕ່ ປ1-ປ5 ລວມທັງໝົດ 4.556 ຄົນ, ຍິງ 2.142 ຄົນ, ຊາຍ 2.414 ຄົນ.

ທ່ານ ພອນໄຊ ຫຼ້າຈັນເພັດ ກ່າວຕື່ມອີກວ່າ: ແຜນ​ງານ​ແຫ່ງ​ຊາດ​ວ່າ​ດ້ວຍ​ອາ​ຫານ​ໃນ​ໂຮງ​ຮຽນ​​ເປັນແຜນ​ງານທີ່​ປ່ຽ​ນ​ຮູບ​ແບບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈາກ​ໂຄງ​ການ​ອາ​ຫານ​ເສີມ ມາເປັນໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍໂຄງການດັ່ງກ່າວໄດ້​ຊ່ວຍ​ພັກ​ດັນ​​ເຮັດໃຫ້​ຂະ​ແໜງ​ການ​ສຶກ​ສາ​​ຂອງ​ພວກ​ເຮົາບັນ​ລຸ​​​ເປົ້າ​ໝາຍ​ສະຫັດ​ສະ​ວັດ MDG 2015 ​ແລະ EFA 2015. ພາຍຫຼັງມີການຈັດຕັ້ງປະຕິບັດແຜນງານດັ່ງກ່າວໄດ້ເຮັດໃຫ້ການຮຽນ-ການສອນດີຂຶ້ນຕາມລຳດັບ, ອັດຕາການຮູ້ໜັງສືເພີ່ມຂຶ້ນ, ອັດຕາການປະລະຫຼຸດລົງ ແລະ ບາງອັດຕາກໍ່ໄດ້ລື່ນຄາດໝາຍ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກກຸ່ມ 3–5 ປີ ໃນສົກຮຽນ 2013-2014 ຈາກ 21 ເປີເຊັນ ທຽບໃສ່ສົກຮຽນ 2014-2015 ເຫັນວ່າມີອັດຕາເພີ່ມຂຶ້ນ 38,4ເປີເຊັນ ສະແດງວ່າເພີ່ມຈາກສົກຮຽນຜ່ານມາ 17,4 ເປີເຊັນ. ສາເຫດທີ່ເຮັດໃຫ້ອັດຕາເດັກກຸ່ມ 3-5 ປີ ເພີ່ມຂຶ້ນກໍ່ຍ້ອນມີການຂະຫຍາຍໂຮງຮຽນຫ້ອງກຽມ ຈາກສົກຮຽນ 2013-2014 ມີ 19 ແຫ່ງ ແຕ່ມາໃນສົກຮຽນ 2014-2015 ເພີ່ມເປັນ 32 ແຫ່ງ; ອັດຕາເຂົ້າຮຽນໃໝ່ ປ1 ທີ່ຜ່ານອະນຸບານ, ຫ້ອງກຽມ ຫຼື ກຸ່ມຫຼິ້ນ ສົກຮຽນ 2013-2014 ຈາກ 24,2​ ເປີເຊັນ ທຽບໃສ່ສົກຮຽນ 2014-2015 ເພີ່ມຂຶ້ນ 32,5ເປີເຊັນ ສະແດງວ່າເພີ່ມຂຶ້ນ 8,3 ເປີເຊັນ ເນື່ອງຈາກໃນສົກຮຽນຜ່ານມາ ມີຫ້ອງກຽມຈາກ 19 ແຫ່ງ ແຕ່ສົກຮຽນ 2014-2015 ແມ່ນເພີ່ມຂຶ້ນເປັນ 32 ແຫ່ງ. ສົກຮຽນ 2013-2014 ອັດຕາເຂົ້າຮຽນໃໝ່ ປ1 ທີ່ບໍ່ຜ່ານອະນຸບານ, ຫ້ອງກຽມ ຫຼື ກຸ່ມຫຼິ້ນ ແມ່ນຢູ່ໃນລະດັບ 75,8 ເປີເຊັນ ແຕ່ທຽບໃສ່ ສົກຮຽນ 2014-2015 ເພີ່ມຂຶ້ນ 67,5​ ເປີເຊັນ ສະແດງວ່າຫຼຸດລົງ 8,3 ເປີເຊັນ ສາເຫດແມ່ນຍ້ອນມີການຂະຫຍາຍຫ້ອງກຽມ ແລະ ເດັກໃນເກນອາຍຸໄດ້ເຂົ້າຮຽນຖືກຕາມເກນອາຍຸ, ອັດຕາເຂົ້າຮຽນໃໝ່ລວມຈາກ 145 ເປີເຊັນ ຂອງສົກຮຽນ 2013-2014 ຫຼຸດລົງ 128 ເປີເຊັນ ໃນສົກຮຽນ 2014-2015 ສະແດງວ່າຫຼຸດລົງ 17ເປີເຊັນ ຖືວ່າເປັນຜົນດີຕໍ່ກັບອັດຕາເຂົ້າຮຽນໃໝ່ລວມ ເພາະວ່າເດັກໄດ້ເຂົ້າຮຽນຖືກຕາມເກນອາຍຸ 6 ປີ ຫຼາຍຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນໃໝ່ສຸດທິ ແມ່ນຢູ່ໃນລະດັບ 97 ​ເປີເຊັນ ແຕ່ເມື່ອມາທຽບໃສ່ສົກຮຽນ 2014-2015 ອັດຕາເຂົ້າຮຽນສຸດທິເພີ່ມເປັນ   98,5 ເປີເຊັນ ສະແດງວ່າອັດຕາເຂົ້າຮຽນສຸດທິເພີ່ມຂຶ້ນ 1,5 ເປີເຊັນ ສາເຫດແມ່ນຍ້ອນເດັກ ເກນອາຍຸ 6 ປີ ເຂົ້າຮຽນເພີ່ມຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນລວມແມ່ນ 146,5 ເປີເຊັນ ທຽບໃສ່ສົກຮຽນ 2014-2015 ແມ່ນ 142,9ເປີເຊັນ ສະແດງວ່າຫຼຸດລົງ 3,6 ເປີເຊັນ ຍ້ອນວ່າເດັກເຂົ້າຮຽນຊັ້ນປະຖົມສຶກສາຖືກຕາມເກນອາຍຸ 6-10 ປີຫຼາຍຂຶ້ນ. ສົກຮຽນ 2013-2014 ອັດຕາເຂົ້າຮຽນສຸດທິ 97,9 ເປີເຊັນ ທຽບໃສ່ ສົກຮຽນ 2014-2015 ແມ່ນເພີ່ມເປັນ 99,2 ເປີເຊັນ ສະແດງວ່າອັດຕາສຸດທິເພີ່ມຂຶ້ນ ຈາກສົກຮຽນຜ່ານມາ 1,3 ເປີເຊັນ ເນື່ອງຈາກເດັກໃນເກນອາຍຸແຕ່ 6-10​ ປີ ເຂົ້າຮຽນເພີ່ມຫຼາຍຂຶ້ນ. ຖ້າທຽບໃສ່ກັບເມື່ອກ່ອນທີ່ບໍ່ໄດ້ມີໂຄງການເຫັນວ່າ ສຸຂະພາບຂອງເດັກດີຂຶ້ນ. ພ້ອມດຽວກັນນັ້ນ ຊຸມຊົນໄດ້ຮ່ວມແຮງຮ່ວມໃຈໃນການພັດທະນາໂຮງຮຽນ ກໍ່ຄືການປະກອບສ່ວນດ້ານຕ່າງໆ​ໃຫ້ກັບໂຮງຮຽນ ໂດຍສະເພາະແມ່ນດ້ານເເຮງງານ, ວັດສະດຸທີ່ມີໃນທ້ອງຖິ່ນ, ພຶດຜັກ, ຊິ້ນ, ປາ, ສ້ອມແປງສາງເຮືອນຄົວ, ເຮືອນກິນເຂົ້າ, ສວນຄົວ, ສ້າງວັງສະຫງວນ, ໜອງປາ ​ແລະ ອື່ນໆ. ສວນຄົວບາງໂຮງຮຽນສາມາດເຮັດສວນໝາກໜັງໜຽວ, ໝາກແໜ່ງ, ໝາກນໍ້າມັນ ແລະ ໝາກຂ່າ.

ໃນສົກຮຽນຕໍ່ໄປ ແຂວງຜົ້ງສາລີ ມີແຜນຈະພັດທະນາບ້ານ, ໂຮງຮຽນຕົວແບບ ແລະ ສວນຄົວຕົວແບບຕື່ມອີກ. ຄຽງຄູ່ກັນນັ້ນ, ຍັງຈະສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບຂັ້ນບ້ານ, ສ້າງສວນຄົວຖາວອນ, ປູກຕົ້ນໄມ້ກິນໝາກ, ປູກພຶດເປັນສິນຄ້າເຊັ່ນ: ໝາກແໜງ, ໝາກຂ່າ, ໝາກຖົ່ວອິນຂາ ຕາມທີ່ປູກໄດ້ໃນແຕ່ລະທ້ອງຖິ່ນ, ຊຸກຍູ້ການລ້ຽງສັດຕາມແຕ່ລະເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແລະ ສ້າງກອງທືນຂອງໂຮງຮຽນ ໂດຍໃຫ້ຊຸມຊົນເປັນເຈົ້າການ.

phongsaly