ອິດສະລາແອນ ແລະ ຮາມັສ ບັນລຸຂໍ້ຕົກລົງຢຸດຍິງໄລຍະຍາວແລ້ວ!

 

ອິດສະລາແອນ ແລະ ກຸ່ມຮາມັສ ຍອມຮັບຂໍ້ຕົກລົງຢຸດຍິງໄລຍະຍາວ ເພື່ອຢຸຕິສົງຄາມໃນກາຊາ ທີ່ຍືດເຍື້ອຍາວນານ

ເກືອບ 2 ເດືອນ ໂດຍມີການຍິງປືນສະຫຼອງກັນຂະໜານໃຫຍ່ໃນກາຊາ ຫຼັງຂໍ້ຕົກລົງມີຜົນບັງຄັບໃຊ້ໃນເວລາ 19 ໂມງ

ຂອງວັນອັງຄານ (26 ສິງຫາ) ຕາມເວລາໃນທ້ອງຖິ່ນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານອິດສະລາແອນ ແລະ ກຸ່ມຕິດອາວຸດຮາມັສ ປະກາດໃນມື້ວັນອັງຄານ

ທີ 26 ສິງຫາ 2014 ຜ່ານມານີ້ວ່າ ພວກເຂົາໄດ້ຍອມຮັບຂໍ້ຕົກລົງຢຸດຍິງໄລຍະຍາວ ໃນສົງຄາມກາຊາ ຫຼັງຈາກສູ້ຮົບກັນ

ມາຍາວນານກ່ວາ 7 ອາທິດ ເຊິ່ງມີຍອດຜູ້ເສຍຊີວິດຫຼາຍກ່ວາ 2,200 ຄົນ ສ່ວນໃຫຍ່ເປັນຊາວປາເລດຕິນ ໂດຍຂໍ້ຕົກ

ລົງຢຸດຍິງ ແມ່ນມີຜົນບັງຄັບໃຊ້ໃນເວລາ 19:00 ໂມງ ຂອງວັນອັງຄານທີ່ຜ່ານມາ.