ອິນໂດເນເຊຍ ຢຸດຕິການຄົ້ນຫາຜູ້ເຄາະຮ້າຍດິນຖະຫລົ່ມແລ້ວ ເຜີຍຕົວເລກຕາຍ 95 ຄົນ

EyWwB5WU57MYnKOuFNC90QSJw1WdOQv6SpOagHyL6a7hP6fOyBDDqv

 

ໜ່ວຍກູ້ໄພຂອງອິນໂດເນເຊຍ ຢຸດຕິປະຕິບັດການຄົ້ນຫາຜູ້ປະສົບເຫດດິນຖະຫລົ່ມ ໃນພື້ນທີ່ພາກກາງຂອງເກາະຊະວາ

ແລ້ວ ໂດຍເຈົ້າໜ້າທີ່ລະບຸຕົວເລກຜູ້ເສຍຊີວິດ ລ່າສຸດ 95 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22​ ທັນວານີ້ວ່າ ປະຕິບັດການຄົ້ນຫາຜູ້ທີ່ຖືກຝັງຢູ່ໃຕ້ດິນຖະຫລົ່ມ ທີ່ເນື່ອງມາ

ຈາກຝົນຕົກໜັກ ໄດ້ຢຸດຕິລົງແລ້ວ ໃນວັນອາທິດທີ 21 ທັນວາຜ່ານມານີ້ ໂດຍພົບສົບຜູ້ເສຍຊີວິດທັງໝົດ 95 ຄົນ ແລະ

ຍັງຄົງສູນຫາຍອີກ 13 ຄົນ.

 

ທັງນີ້ ໜ່ວຍກູ້ໄພຫລາຍຮ້ອຍຄໄນ ໄດ້ຊ່ວຍກັນຂຸດຄົ້ນຊອກຫາຊາວບ້ານທີ່ຖືກຝັງທັງເປັນຍ້ອນດິນຖະຫລົ່ມ ຢູ່ໃນບ້ານ

ເຊມບະລັງ ແຂວງຊະວາກາງ ເທິງເກາະຊະວາ ປະເທດອິນໂດເນເຊຍ ຕັ້ງແຕ່ວັນທີ 12 ທັນວາທີ່ຜ່ານມາ ໂດຍທ່ານ ນູໂກຣ

ໂຮ ໂຄສົກຂອງສຳນັກງານຈັດການໄພພິບັດແຫ່ງຊາດອິນໂດເນເຊຍ ໄດ້ຖະແຫລງວ່າ ຄອບຄົວຂອງຜູ້ສູນຫາຍ ໄດ້ເຫັນ

ດີທີ່ຈະຢຸດຕິການຄົ້ນຫາແລ້ວ ເນື່ອງຈາກຝົນທີ່ຕົກລົງມາອີກ ແລະ ອາດເກີດຄວາມສ່ຽງຂອງດິນຖະຫລົ່ມຊ້ຳ.

 

NjpUs24nCQKx5e1DGz9krZG00ebbGUMZLNqOlPlsQE4