ອີຣ່ານເລັ່ງມະຫາອຳນາດໂລກ ຫາຂໍ້ສະຫລຸບໂຄງການນິວເຄລຍຂອງຕົນ

607142-01

ທາງການອີຣ່ານກະຕຸ້ນສະຫະລັດອາເມຣິກາ ແລະ ພັນທະມິດ ຫາແນວທາງສະຫລຸບການເຈລະຈານິວເຄລຍຢ່າງເໝາະສົມໂດຍໄວ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23​ ມີນານີ້ວ່າ ເຈົ້າໜ້າທີ່ລະດັບສູງຂອງອີຣ່ານ ໄດ້ກະຕຸ້ນໃຫ້ມະຫາອຳນາດໂລກ ຫາແນວທາງທີ່ເໝາະສົມ ເພື່ອບັນລຸການເຈລະຈາ ໂຄງການນິວເຄລຍຂອງອີຣ່ານຄັ້ງສຸດທ້າຍໂດຍໄວ ເພື່ອໃຫ້ມີການເຈລະຈາຢ່າງເປັນຮູບປະທຳ, ໂດຍສື່ຂອງອີຣ່ານໄດ້ລາຍງານ ການຖ່າຍທອດກອງປະຊຸມຮ່ວມກັນ ລະຫວ່າງອີຣ່ານ ແລະ ອີກ 6 ປະເທດຄື: ສະຫະລັດອາເມຣິກາ, ຣັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ.

ທັງນີ້ ກອງປະຊຸມລະຫວ່າງອີຣ່ານ ແລະ ສະຫະລັດອາເມຣິກາ ທີ່ນະຄອນຫລວງໂລຊານ ປະເທດສະວິດ ໃນມື້ວັນສຸກ (20 ມີນາ) ຜ່ານມານັ້ນ ແມ່ນຍັງບໍ່ໄດ້ຂໍ້ສະຫລຸບຫຍັງ ໂດຍກອງປະຊຸມໄດ້ນັດມື້ປະຊຸມກັນໃໝ່ອີກເທື່ອໜຶ່ງ ໃນມື້ວັນພຸດ (25 ມີນາ) ທີ່ຈະມາເຖິງນີ້.