ອຸດົມໄຊຂຸ້ນຂ້ຽວແປງທາງໃນເທດສະບານ ໃຫ້ສຳເລັດທັນງານກິລາແຫ່ງຊາດຄັ້ງທີ X

udomxay way

 

ທ່ານ ສີນວນ ຄຳດີ ຜູ້ຮັກ ສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອຸດົມໄຊໃຫ້ສຳພາດຕໍ່ສື່

ເມື່ອວັນທີ 21 ຕຸລານີ້, ກ່ຽວກັບການກຽມຄວາມພ້ອມໃຫ້ແກ່ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ X ເຊິ່ງແຂວງອຸດົມ

ໄຊໄດ້ຮັບກຽດເປັນເຈົ້າພາບຈັດແຕ່ວັນທີ 13-21 ທັນວາ 2014 ວ່າ: ການພັດທະນາພື້ນຖານໂຄງລ່າງ ແມ່ນຄວາມຮັບ

ຜິດຊອບຮ່ວມກັນລະຫວ່າງກະຊວງ ແລະ ແຂວງ ໂດຍສະເພາະໂຄງການກໍ່ສ້າງສ້ອມແປງເສັ້ນທາງ ແລະ ໂຄງການກໍ່

ສ້າງນ້ຳປະປາແຫ່ງໃໝ່, ໃນນັ້ນມີການກໍ່ສ້າງສ້ອມແປງເສັ້ນທາງເລກ 13 ເໜືອ ແຕ່ເມືອງໄຊ ແຂວງອຸດົມໄຊ ຫາປາກ

ມອງເມືອງນ້ຳບາກ ແຂວງຫຼວງພະບາງ ແມ່ນໃຊ້ທຶນກູ້ຢືມຈາກ ສປ ຈີນ ເຊິ່ງການກໍ່ສ້າງແມ່ນເນັ້ນໃສ່ເສັ້ນທາງໃນຕົວ

ເມືອງ (ເທສະບານແຂວງ) ມີລວງຍາວ 5 ກິໂລແມັດ, ປັດຈຸບັນແມ່ນໄດ້ລົງຊັ້ນພື້ນທາງ ແລະ ຕິດຕັ້ງເສົາໄຟເຍືອງທາງ

ຮອດບ້ານຫ້ວຍຂຸມ.

 

ສ່ວນຕອນທາງແຕ່ບ້ານ ຫ້ວຍຂຸມຫາປາກມອງນັ້ນແມ່ນຈະເກດ ແລະ ປັບປຸງໜ້າທາງຢຽບໃຫ້ແໜ້ນເພື່ອໃຫ້ສະດວກ

ໃນການສັນຈອນ. ນອກນັ້ນຍັງ ມີເສັ້ນທາງ 2 E ແຕ່ເມືອງໄຊຫາ ເມືອງຂວາ ແຂວງຜົ້ງສາລີ ໄປຫາໄຕຈາງ ສສ ຫວຽດ

ນາມ ແມ່ນໄດ້ຮັບການປັບປຸງ ແລະ ສາມາດແລ່ນໄດ້ສະດວກ, ເສັ້ນ ທາງ 2 W ແຕ່ເມືອງໄຊຫາເມືອງ ປາກແບ່ງແຂວງ

ອຸດົມໄຊ ແມ່ນໄດ້ຮັບການປັບປຸງ ແລະ ສາມາດແລ່ນໄດ້ປົກກະຕິຮັບປະກັນການເດີນທາງອອກສູ່ຕ່າງແຂວງ.

 

ສຳລັບການກໍ່ສ້າງ ແລະ ສ້ອມແປງເສັ້ນໃນເທສະບານ ແຂວງຄື ເສັ້ນທາງອອກຈາກສະຖານີໂດຍສານພັນມີໄຊ ໄປຫາບ້ານ

ດອນແກ້ວ ປັດຈຸບັນສຳເລັດການກໍ່ສ້າງໂດຍພື້ນຖານ ແລະ ຢູ່ໃນຂັ້ນຕອນການຕິດຕັ້ງປ້າຍ ແລະ ຂີດເສັ້ນຈະລາຈອນຄືນ

ໃໝ່, ສ່ວນການສ້ອມແປງເສັ້ນທາງເຊື່ອມຕໍ່ແຕ່ທາງ 2 E ຫາເສັ້ນທາງອ້ອມສະໜາມກິລາໃໝ່ ພວມປູຢາງຄາດວ່າຈະສຳ

ເລັດທັນການເປີດງານມະຫະກຳກິລາແຫ່ງຊາດຄັ້ງທີ X ຢ່າງແນ່ນອນ.

 

ສ່ວນໂຄງການກໍ່ສ້າງນ້ຳປະປາແຫ່ງໃໝ່ ຢູ່ບ້ານທຽວ ມີບໍລິມາດການຜະລິດ 3 ພັນແມັດ ກ້ອນຕໍ່ວັນໂດຍໄດ້ຮັບທຶນຊ່ວຍ

ເຫລືອຈາກກອຍກາ ສ ເກົາຫລີ ເຫັນວ່າມີຄວາມຄືບໜ້າຊ້າ ທາງຄະນະຮັບຜິດຊອບໄດ້ສະເໜີ ກະຊວງກໍຄືກົມເຄຫາຜັງ

ເມືອງລົງມາກວດກາຕົວຈິງດ້ານເຕັກນິກ ແລະ ການເພີ່ມກຳລັງການຜະລິດສະຖານີນ້ຳປະປາພູຂຽວ 3.800 ແມັດກ້ອນ

ຂຶ້ນເປັນ 5.400 ແມັດກ້ອນ ພວມຂຸ້ນຂ້ຽວປະຕິບັດ ແລະ ຈະໃຫ້ສຳເລັດກ່ອນວັນເປີດງານຢ່າງແນ່ນອນ.

 

ພິເສດການຂົນສົ່ງທາງອາກາດ ເຊິ່ງບໍລິສັດການບິນລາວຈະເພີ່ມຖ້ຽວບິນຂຶ້ນເປັນ 4 ຖ້ຽວຕໍ່ວັນ ແລະ ຈະເລີ່ມແຕ່ວັນທີ 1

ທັນວາ 2014.

 

ທ່ານ ສີນວນ ຄຳດີ ກ່າວວ່າ: ຄະນະກຳມະການຝ່າຍຂົນສົ່ງໄດ້ຮັບງົບປະມານຈຳນວນ 859 ລ້ານກີບ ເພື່ອນຳໃຊ້ໃນການ

ປະຕິບັດໜ້າວຽກທີ່ໄດ້ຮັບການມອບໝາຍຄື ການຈັດສັນພາຫະນະຮັບໃຊ້ການນຳ, ການຈັດສັນສະຖານທີ່ຈອດລົດ,

ການປະສານງານກັບເຈົ້າໜ້າທີ່ກ່ຽວຂ້ອງ ຈັດວາງເສັ້ນທາງຈະລາຈອນສຳລັບການນຳໃນມື້ເປີດ-ປິດ ແລະ ນັກກິລາໄປ

ແຕ່ລະສະໜາມ, ການອົບຮົມຜູ້ຂັບລົດຮັບແຂກ ແລະ ຂັບລົດບໍລິການ, ການຕັ້ງສູນບັນຊາການ, ການຈັດລະບົບລົດ

ຂົນສົ່ງເຂົ້າ-ອອກພາຍໃນແຂວງ ມາຮອດປັດຈຸບັນສາມາດສຳເລັດຫລາຍໜ້າວຽກ ແລະ ຮັບປະກັນຈະສຳເລັດກ່ອນມື້

ເປີດງານຢ່າງແນ່ນອນ. ໃນຂະນະດຽວກັນ ທ່ານ ສະໝານ ຈຸນລະມະນີ ຫົວໜ້າໜ່ວຍງານທີ່ປຶກສາໂຄງການປັບປຸງກໍ່

ສ້າງເສັ້ນທາງຫລວງແຫ່ງຊາດເລກ 13 ຕອນທາງປາກມອງ-ເມືອງໄຊ ໃຫ້ຮູ້ວ່າ: ການກໍ່ສ້າງທາງດັ່ງກ່າວ ມີຄວາມຍາວ

82 ກິໂລ ແມັດ, ກວ້າງ 7-9 ແມັດໂດຍແມ່ນ ບໍລິສັດ ຢຸນນານ ຊັນນີ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງໃນ ມູນຄ່າ 82,5

ລ້ານໂດລາສະຫະລັດ, ໄດ້ເລີ່ມລົງມືໃນກາງປີນີ້ ແລະ ໄລຍະກໍ່ສ້າງເປັນຊ່ວງລະດູຝົນເຮັດໃຫ້ມີຫລາຍຍ່ານທາງຖືກເຊາະ

ເຈື່ອນຈາກໄພທຳມະຊາດຈຶ່ງເຮັດໃຫ້ການກໍ່ສ້າງມີຄວາມຊັກຊ້າ.

 

ແຫລ່ງຂ່າວ: ລາວພັດທະນາ