ອ​ະ​ພິ​ມະ​ຫາ​ໂຊກ! ຍິງ​ອາ​ເມ​ຣິ​ກັນ ຖືກ​ເລກມູນ​ຄ່າ 1,500 ຕື້​ກີບ!

marie-holmes-powerball

ຍິງ​ອາ​ເມ​ຣິ​ກັນ​ໂຊກ​ດີ ຊື້​ຫວຍ​ຖືກ​ລາງວັນແຈັກ​ພັອດ​ມູນ​ຄ່າ 1,500 ຕື້​ກີບ ​ເປີດ​ເຜີຍ​ຊີ​ວິດ​ປ່ຽນ​ແປງ​ຄັ້ງ​ຍິ່ງ​ໃຫຍ່ ຄອບ​ຄົວ​ມີ​ຊີ​ວິດ​ສຸກ​ສະ​ບາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ນີ້​ວ່າ ນາງ ແມ​ຣີ່ ໂຮມ ອາ​ຍຸ 26 ປີ ຊາວ​ອາ​ເມ​ຣິ​ກັນຈາກ​ລັດແຄ​ໂຣ​ໄລ​ນາ​ເໜືອ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຊື້​ຫວຍ​ພາວ​ເວີ້ບອນ​ມາ​ສ່ຽງ​ດວງ 10 ໃບ ເມື່ອ​ຜົນ​ຂອງ​ການ​ອອກ​ເລກ​ລາງວັນ ນາງ​ໄດ້​ຕື່ນ​ເຕັ້ນ​ດີ​ໃຈ​ສຸດ​ຂີດ ເມື່ອ​ພົບ​ວ່າ​ຕົນ​ເອງ​ໄດ້​ຖືກ​ລາງວັນ​ໃຫຍ່ ມູນ​ຄ່າ 1,500,000,000,000 ກີບ ໂດຍ​ນາງ​ໄດ້​ເປີດ​ເຜີຍ​ວ່າ ເງິນ​ທັງ​ໝົດ​ທີ່​ໄດ້ ຈະ​ບໍ​ລິ​ຈາກ ພ້ອມ​ທັງ​ເກັບ​ໄວ້​ໃຊ້​ສ່ວນ​ຕົວ​ກັບ​ລູກ​ຂອງ​ນາງ​ທັງ 4 ຄົນ ເຊິ່ງ​ຊີ​ວິດ​ຂອງ​ນາງ​ໄດ້​ປ່ຽນ​ແປງ​ຄັ້ງ​ຍິ່ງ​ໃຫຍ່ ຄອບ​ຄົວ​ຂອງ​ນາງ​ຈະ​ຢູ່​ຢ່າງ​ສຸກ​ສະ​ບາຍ ບໍ່​ຕ້ອງ​ດິ້ນ​ຮົນ​ກັບ​ສະ​ພາ​ວະ​ເສດ​ຖະ​ກິດ​ຝືດ​ເຄືອງ​ອີກ​ຕໍ່​ໄປ​ແລ້ວ.