ຮືຮາ! ຊາວປະມົງຫວຽດນາມ ຕຶກເບັດໄດ້ປາຄາບຍັກ 130 ກິໂລ ຂາຍໄດ້ 80 ກ່ວາລ້ານ!

20141017110411-4

 

ຊາວປະມົງຫວຽດນາມ ໃນນະຄອນໂຮ່ຈິມິນ ຕຶກເບັດໄດ້ປາຄາບຍັກຂະໜາດຍາວເຖິງ 1.5 ແມັດ ໜັກກ່ວາ 130 ກິໂລ

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລາຜ່ານມານີ້ວ່າ ທ້າວ ທັນ ມິງ ດຸງ ຊາວປະມົງ ອາຍຸ 35​ ປີ ໃນນະຄອນ

ໂຮ່ຈິມິນ ປະເທດຫວຽດນາມ ຈັບປາຄາບຍັກໄດ້ໃນແມ່ນ້ຳດ່ອງນາຍ ໃນມື້ວັນທີ 16 ຕຸລາ 2014 ທີ່ຜ່ານມາ ໂດຍປາຄາບ

ໂຕດັ່ງກ່າວ ແມ່ນມີນ້ຳໜັກເຖິງ 130 ກິໂລກຼາມ ເຊິ່ງຫລັງຈາກທີ່ຈັບໄດ້ແລ້ວ ເຂົາກໍໄດ້ນຳເອົາປາຄາບໄປຂາຍ ໃນລາຄາ

10,000 ໂດລາ ຫລື ປະມານ 80,520,000 ກີບ.

 

ທັງນີ້ ຫລັງຈາກທີ່ຊາວປະມົງຈັບປາຄາບຍັກໄດ້ແລ້ວ ເຂົາກໍຕ້ອງໄດ້ລາກມັນມາໄກຫລາຍຮ້ອຍແມັດ ເພື່ອໃຫ້ມາຮອດ

ເຂດຂົວ ເຊິ່ງຫລັງຈາກທີ່ສາມາດນຳເອົາຂຶ້ນມາເທິງຂົວໄດ້ແລ້ວ ຊາວບ້ານ ແລະ ປະຊາຊົນເຂດນັ້ນ ຕ່າງກໍພາກັນເຂົ້າ

ມາຫຸ້ມເບິ່ງ ພ້ອມທັງຊ່ອຍກັນວັດແທກຂະໜາດຂອງປາໂຕດັ່ງກ່າວ ເຊິ່ງສາມາດແທກໄດ້ຍາວເຖິງ 1.5 ແມັດ.

 

ຢ່າງໃດກໍຕາມ ກົມປະມົງຂອງຫວຽດນາມໄດ້ລະບຸວ່າ ປາຄາບຍັກໂຕນີ້ ຖືເປັນໜຶ່ງໃນສາຍພັນປາທີ່ມີຂະໜາດໃຫຍ່ທີ່

ສຸດໃນໂລກ ແລະ ຍັງໃກ້ທີ່ຈະສູນພັນໄປແລ້ວອີກດ້ວຍ ເນື່ອງຈາກມີການອອກລ່າເປັນຈຳນວນຫລວງຫລາຍ.

 

20141017110350-3

20141017110254-7

b_93042_8580