ເກັບ​ໄຂ່​ໄດ້​ດົນ 1 ປີ ໂດຍ​ບໍ່​ຕ້ອງ​ງໍ້​ຕູ້​ເຢັນ

ดาวน์โหลด

  ໄຂ່ຖື​ວ່າ​ເປັນ​ປັດ​ໄຈ​ຫລັກ​ທີ່​ທຸກ​ຄົວ​ຕ້ອງ​ມີແລະ​ທຸກໆເທື່ອ​ທີ່​ຈັດ​ອາຫານ​ເທິງ​ໂຕະ​ອາຫານຕ້ອງ​ມີ​ເມ​ນູ​ໄຂ່​ຢ່າງ​ນ້ອຍ1-2ຢ່າງແມ່​ບ້ານ​ທັງ​ຫລາຍ​ກໍ​ມັກ​ຈະ​ຊື້​ເກັບ​ກັກ​ຕຸນ​ໄວ້​ຍິ່ງ​ໃນ​ຊ່ວງ​ທີ່​ໄຂ່​ໄກ່​ລຸດ​ລາ​ຄາ​ກໍ​ຊື້​ກັນ​ມາ​ຫລາຍເລີຍແຫລະ​ຈົນລືມ​ນຶກ​ໄປວ່າໄຂ່​ໝັນ​ກໍ​ມີ​ອາ​ຍຸ​ໄຂ​ຕາມ​ການ​ເວລາ ແມ່ນແຕ່​ແຊ່​ຕູ້​ເຢັນ​ກໍ​ຍັງ​ເກັບ​ໄວ້​ບໍ່​ໄດ້​ດົນ​ຢ່າງ​ທີ່​ພໍ​ໃຈມື້​ນີ້​ມີ​ວິທີ​ເກັບ​ຮັກສາ​ໄຂ່​ທີ່​ຢູ່​ໄດ້​ດົນ​ເຖິງ1ປີໂດຍ​ບໍ່​ຕ້ອງ​ໃຊ້​ອຸນ​ນະພູ​ມ​ໃນ​ຕູ້​ເຢັນ

ພຽງ​ມີ​ນ້ຳ​ມັນ​ພືດ​ກໍ​ສາມາດ​ຊ່ວຍ​ໃຫ້​ໄຂ່​ຂອງ​ເຮົາ​ຢູ່​ໄດ້​ດົນ​ຍິ່ງ​ຂຶ້ນ​ໂດຍ​ກຽມ​ໃສ່​ຖົງ​ມື​ພາ​ສະຕິ​ກ ແລະ​ຫຍອດ​ນ້ຳ​ມັນ​ພືດ​ລົງ​ເທິງ​ຝ່າ​ມື​ພຽງ​ເລັກນ້ອຍ ບໍ່​ຕ້ອງ​ໃຫ້​ຊຸ່ມ​ຫລາຍ ຖູ​ນ້ຳ​ມັນ​ໃຫ້​ທົ່ວ​ມື​ພໍ​ໝາດໆ ແລະ​ນຳ​ໄຂ່​ມາ​ຄຶງ​ເທິງ​ມື ໃຫ້​ນ້ຳ​ມັນ​ເຄືອບ​ໄຂ່​ຈົນ​ທົ່ວ​ແລະ​ເກັບ​ໄວ້​ໃນ​ຖາດ​ຄືເກົ່າ

ວິທີ​ນີ້​ໄຂ່​ຈະ​ຢູ່​ໄດ້​ດົນ 10-12 ເດືອນໂດຍ​ບໍ່​ຕ້ອງ​ແຊ່​ຕູ້​ເຢັນນ້ຳ​ມັນ​ຈະ​ເຮັດ​ຫນ້າທີ່​ປ້ອງ​ກັນ​ອອກ​ຊິ​ເຈນ​ຊຶມ​ເຂົ້າໄປ​ໃນ​ໄຂ່ຄື​ໄຂ່​ທີ່​ຫາກໍ່​ອອກ​ມາ​ຈາກ​ແມ່​ໄກ່​ໃໝ່​ໆໄຂ​ມັນ​ຂອງ​ແມ່​ໄກ່​ຈະ​ເຄືອບ​ໄຂ່​ເອົາ​ໄວ້ເຮັດໃຫ້​ໄຂ່​ຢູ່​ໄດ້​ດົນ