ເກາະຕິດຊີເກມກັບທັບ‬ນັກກິລາລາວ

11233535_1606157666268419_8032451180058916048_n

ສະຫະພັນກິລາ ຍິງທະນູ ກຽມສົ່ງນັກກິລາ 8 ຄົນເຂົ້າຮ່ວມຊີເກມ
ສະຫະພັນກິລາຍິງທະນູແຫ່ງຊາດລາວ ກຽມສົ່ງທັບນັກກິລາຍິງທະນູທີມຊາດລາວ 8 ຄົນ , ຍິງ 3 ຄົນ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-15 ມິຖຸນາ 2015.

11259121_1606157736268412_6362237990557369239_n

ຕາມການເປີດເຜີຍ ທ່ານ ບຸນໂຮມ ສິລິຜົນ ຄູຝຶກ ກີລາຍິງທະນູທີມຊາດລາວ ປັດຈຸບັນແມ່ນໄດ້ຄັດເລືອກນັກກິລາທີ່ດີເດັ່ນຈໍານວນ 8 ຄົນ , ເຊິ່ງນັກກິລາມີຄວາມພ້ອມ 100 % ເພື່ອເຂົ້າຮ່ວມແຂ່ງຂັນໄດ້້ເກັບຕົວເຝິກຊ້ອມຢູ່ທີ່ສູນຝຶກກິລາສີເກີດ ນັບຕັ້ງແຕ່ເດືອນມັງກອນ ເປັນຕົ້ນມາ. ສໍາລັບລາຍຊື່ນັກກິລາ 8 ຄົນປະກອບມີ :
1.ທ້າວ ທະນົງລິດ ສິລິຜົນ.
2.ທ້າວ ທົງໄຊ ສີວິໄລ
3.ທ້າວ ດາລີຍາ ສາຍດາລາ
4.ທ້າວ ຄໍາຫວານ ວັນລີວົງ
5.ນາງ ພອນ ກໍ່າແກ້ວ
6.ນາງ ດາວພະສຸກ ເດດສອນ
7.ນາງ ກາລະດ້າ ຈັນທະວົງ
8.ນາງ ອໍາໄພພອນ ວັນລິວົງ

11114766_1606157816268404_2502988695795771201_n

ຜົນງານຂອງນັກກິລາຍິງທະນູທີມຊາດລາວ ໃນງານມະຫະກໍາກິລາຊີເກມຄັ້ງທີ 27 ທີ່ ມຽນມາ ສາມາດສ້າງປະຫວັດສາດຄວ້າຫລຽນຄຳໄດ້ຈາກ ນາງ : ພອນ ກໍ່າແກ້ວ . ສໍາລັບງານມະຫະກໍາກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ໃນຄັ້ງນີ້ ກິລາຍິງທະນູ ມີການຊີງຫລຽນຄໍາທັງຫມົດ 5 ຫລຽນຄໍາ ແຂ່ງຂັນໃນວັນທີ 13 ແລະ 14 ມິຖຸນາ ນີ້ .