ເກີດເຫດຄົນແຂວນຄໍຕາຍຢູ່ບ້ານໜອງທາ

 

ເຈົ້າໜ້າທີ່ສືບສວນ-ສອບສວນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ : ພາຍຫລັງໄດ້ຮັບແຈ້ງໃນເວລາປະມານ 11:00 ໂມງ

ຂອງວັນທີ 18 ສິງຫານີ້ວ່າ: ມີຄົນແຂວນຄໍຕາຍຢູ່ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຶ່ງໄດ້ລົງ

ກວດກາສະຖານທີ່ເກີດເຫດ ພົບຜູ້ຕາຍຊື່ ນາງ ບົວວອນ ໄຊຍະເສນາ ອາຍຸ 60 ປີ ອະດີດພະນັກງານບຳນານໂດຍໃຊ້

ເຊືອກມັດໃສ່ຂື່ດ້ານຫລັງເຮືອນ ແຂວນຄໍຕົນເອງຈົນເສຍຊີວິດ ແລະ ຜ່ານການສອບຖາມຍາດພີ່ນ້ອງຮູ້ວ່າ: ຜ່ານມາ

ຜູ້ຕາຍມີແນວຄິດຂ້າໂຕຕາຍຫລາຍຄັ້ງ ຍ້ອນອຸກໃຈຍ້ອນເປັນພະຍາດປະຈຳຕົວຫລາຍຢ່າງ ຈຶ່ງອາດເປັນສາເຫດ

ຂອງການຂ້າໂຕຕາຍຄັ້ງນີ້.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_67.html