ເກີດເຫດລະເບີດຫລາຍກ່ວາສິບຈຸດຢູ່ກວາງຊີ ປະເທດຈີນ ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ!

558000011405701

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຢ່າງໜ້ອຍ 15 ຄັ້ງ ໃນພື້ນທີ່ 13 ຈຸດ ທົ່ວເມືອງລິ່ວໂຈວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ໃນເວລາແຕ່ 15:15 ໂມງ ເຖິງ 17:00 ຕາມເວລາໃນທ້ອງຖິ່ນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 13 ຄົນ.

ເຫດລະເບີດດັ່ງກ່າວນີ້ ແມ່ນກະຈາຍຢູ່ຫລາຍພື້ນທີ່ເຊັ່ນ ປ້າຍລົດໂດຍສານສາທາລະນະ, ໂຮງໝໍ, ໂຮງແຮມ, ສູນການຄ້າ ແລະ ສຳນັກງານຂອງລັດຖະບານ ເຮັດໃຫ້ທາງການເລັ່ງສົ່ງເຈົ້າໜ້າທີ່ເຂົ້າກູ້ໄພໂດຍດ່ວນ ຊຶ່ງຫລ້າສຸດຕຳຫລວດໄດ້ລະບຸຕົວຊາຍຜູ້ຖືກສົງໄສ ຊາວຈີນ ອາຍຸ 33 ປີ ກ່ຽວຂ້ອງກັບການວາງລະເບີດໃນຄັ້ງນີ້ແລ້ວ.

558000011405702 558000011405703 558000011405704 558000011405705