ເຂົ້າພັນສາ ພາທຸລະກິດຂາຍເຄື່ອງກອງບຸນກ້າວໄກ

Capture11 (Small)

 

ບຸນ​ເຂົ້າ​ພັນ​ສາ​ປີ​ນີ້​ ແມ່ນກົງ​ກັບ​ວັນ​ທີ 11 ກໍ­ລະ­ກົດ2014 ແລະ ນອກ­ຈາກ​ເປັນ​ວັນ​ທີ່​ສຳຄັນ​ທາງ​ພຸດ​

ທະ​ສາດ­ສະ­ໜາ​ແລ້ວ​ ວັນ​ສຳ­ຄັນ​ດັ່ງ­ກ່າວ​ຍັງ​ເຮັດ​ໃຫ້​ບັນ­ດາ​ແມ່​ຄ້າ​ຊາວ​ຂາຍ­ເຄື່ອງ​ກອງ​ບຸນ​ມີ​ລາຍ​ຮັບ

ເປັນກອບ​ເປັນ​ກຳ​ຄື​ປີ​ທີ່​ຜ່ານໆ​ມາ, ສຳ­ລັບ​ເຈົ້າ​ຂອງ​ຮ້ານ ນາງ ຈ້ຽມ ຂາຍ­ເຄື່ອງ​ກອງ​ບຸນ​ປີ​ນີ້​ກໍ​ບໍ່​ໜ້ອຍ

​ໜ້າ​ຈົກ​ເງິນ​ເຖິງ 50 ລ້ານ​ກີບ​ຊື້ເຄື່ອງ​ກຽມ​ຂາຍ​ໃນ​ວັນ​ສຳ­ຄັນ​ດັງ​ກ່າວ.

ຕາມ​ການ​ສອບ​ຖາມ ນາງ ທິບ​ພາພອນ ຈັນ­ທະ​ສອນ​ ເຈົ້າ​ຂອງ​ຮ້ານ​ນາງ​ຈ້ຽມ​ຂາຍ­ເຄື່ອງ​ກອງ​ບຸນ​ໃຫ້​

ຮູ້​ວ່າ: ຕົນຄ້າ​ຂາຍ­ເຄື່ອງ​ກອງ​ບຸນ​ຢູ່​ຕະ­ຫຼາດ​ໜອງຈັນ​ນີ້​ມາ​ໄດ້ 5 ປີ ແລ້ວ ຊຶ່ງ​ອະ­ດີດ​ຜ່ານມາ​ແມ່ນ​ເຮັດ​

ຄ້າ­ຂາຍ​ມາ​ຫຼາຍ​ຢ່າງ​ເຊັ່ນ: ຂາຍ­ເຄື່ອງ​ແຫ້ງ, ຮັບ​ຊື້​ເຄື່ອງ​ແຫ້ງ​ຂາຍສົ່ງ​ໃຫ້​ແມ່​ຄ້າ ເ​ຊຶ່ງ​ທຸ­ລະ​ກິດ​ຕ່າງໆ​ທີ່

ກ່າວ​ມາ​ແມ່ນ​ໄດ້​ເຊົາ​ເຮັດ​ແລ້ວ ຫຼັງ​ຈາກນັ້ນ​ດ້ວຍ​ອາ­ຊີບ​ທີ່​ຕິດ​ພັນ​ກັບ​ການ​ຄ້າຂາຍ​ໃນ​ຕະ­ຫຼາດ​ ຕົນ​ຈິ່ງ​

ແນມ​ເຫັນ​ທຸ­ລະກິດ​ໃໝ່ ໂດຍ​ຫັນ​ມາ​ເອົາ​ດີ​ດ້ານ​ທຸ­ລະ​ກິດຂາຍ­ເຄື່ອງ​ກອງ​ບຸນ ແລະ ແຕ່​ລະ​ປີ​ພໍ​ຮອດ​ວັນ

​ບຸນ​ເຂົ້າ​ພັນ​ສາ­ທຸ​ລະ​ກິດ​ດັ່ງກ່າວ ​ກໍ​ບໍ່​ເຄີຍ​ສ້າງ​ຄວາມ​ຜິດ​ຫວັງ ຊຶ່ງ​ປີນີ້​ກໍ​ເປັນ​ອີກ​ປີ​ໜຶ່ງ​ທີ່​ຕົນ​ຄາດ​ຫວັງ​

ຄື​ກັບປີ​ທີ່​ຜ່ານ​ມາ​ ສະ­ນັ້ນ​ຕົນ​ຈິ່ງ​ຍອມ​ຈົກ​ເງິນໃນ​ກະ​ເປົ໋າ​ເຖິງ 50 ລ້ານ​ກີບຊື້​ເຄື່ອງກອງບຸນ​ກຽມ​ໄວ້ເພື່ອ

​ຈຳ­ໜ່າຍ​ໃນ​ວັນ​ບຸນ​ເຂົ້າພັນ​ສາ​ທີ່​ຈະ​ມາ​ຮອດ​ໃນ​ໄວໆ​ນີ້ ແລະ ພ້ອມທັງ​ໝັ້ນ​ໃຈ​ປີ​ນີ້​ຈະ​ໄດ້​ຂາຍ​ດີ​ແນ່ນອນ.

ປະ­ຈຸ​ບັນ​ກໍ​ເລີ່ມ​ມີ​ແມ່​ຄ້າ​ລາຍ​ຍ່ອຍ​ມາຖາມ​ຊື້​ໄວ້​ແລ້ວ ເພື່ອ​ຈັດ​ກຽມ​ນຳ­ໄປ​ຂາຍຕໍ່​ໃນ​ວັນ​ເຂົ້າ​ພັນ​ສາ ໂດຍ

​ສະ­ເພາະ​ແມ່ນທຽນ​ພັນ​ສາ, ຜ້າ​ໄກ, ຜ້າ​ຂາວ, ທຽນວຽນ​ຫົວ, ທູບ ແລະ ເຄື່ອງ​ກອງ​ບຸນ​ອື່ນໆອີກ​ຫຼາຍ​ຢ່າງ,

ນອກ­ຈາກ​ນັ້ນ​ກໍ​ຈະ​ມີ​ຍອດສັ່ງ​ຊື້​ຈາກ​ຕ່າງ​ແຂວງ​ທະ​ຍ່ອຍ​ສັ່ງ​ຊື້​ມາເລື້ອຍໆ​ເຊັ່ນ​ດຽວ​ກັນ.

ເຈົ້າ​ຂອງ​ຮ້ານ​ເນັ້ນ​ອີ​ກວ່າ: ສຳ­ລັບເຄື່ອງ​ກອງ​ບຸນ​ຕ່າງໆ​ທີ່​ນຳ​ມາ​ຈຳ­ໜ່າຍສ່ວນ​ໜຶ່ງ​ນຳ​ເຂົ້າ​ຈາກ​ປະ­ເທດ​

ເພື່ອນບ້ານ, ສ່ວນ​ໜຶ່ງ​ແມ່ນ​ເປັນ​ຂອງ​ບ້ານ​ເຮົາ ລູກ​ຄ້າ​ທຸກ​ຄົນ​ສາ­ມາດ​ເລືອກ​ຊື້​ໄປ​ທານໄດ້​ຕາມ​ຄວາມ

​ຕ້ອງ­ການ ຊຶ່ງ​ມີ​ຫຼາຍແບບ, ຫຼາຍ​ຍີ່­ຫໍ້, ຫຼາຍ​ລາ­ຄາ​ໃຫ້​ເລືອກ​ບໍ່ຕ້ອງ​ໄດ້​ໄປ​ເລາະ​ຫຼາຍ​ບ່ອນ.

ນາງ ທິບ​ພາ​ພອນ ບອກ​ຕື່ມ​ວ່າ: ຫົວ­ໃຈ​ຂອງ​ທຸ­ລະ​ກິດ​ຂາຍ­ເຄື່ອງ​ກອງ​ບຸນ​ສິ່ງ​ສຳ­ຄັນ​ເຄື່ອງ​ຕ້ອງ​ຄົບ, ຕ້ອງ​

ຮູ້­ຈັກ​ເຄື່ອງກອງ​ບຸນ​ທຸກ​ຢ່າງ​ທີ່­ຢູ່​ໃນ​ຮ້ານ ແລະ ແຕ່ລະ​ຢ່າງ​ໃຊ້​ແບບ​ໃດ​ສາ­ມາດ​ແນະ­ນຳ​ໃຫ້​ລູກ​ຄ້າ​ຮູ້​ໄດ້,

ນີ້​ລະ​ທີ່​ຈະ​ເຮັດ​ໃຫ້​ລູກ​ຄ້າເຂົ້າ​ມາ​ຫາ​ເຮົາ​ຢູ່​ບໍ່​ຂາດ.

ສ່ວນ​ອະ­ນາ­ຄົດ​ຍັງ​ບໍ່​ທັນ​ມີ​ແຜນ­ທີ່​ຈະຂະ­ຫຍາຍ​ທຸ­ລະ​ກິດ​ເທື່ອ ​ເພາະ​ທຸກ ວັນ​ນີ້ພໍ­ໃຈ​ກັບ​ຍອດ​ຂາຍ​ທີ່​ມີ​ຢູ່

​ມີ​ແຕ່​ຈະ​ພະ­ຍາຍາມ​ຮັກ­ສາ​ລູກ​ຄ້າ​ໄວ້​ໃຫ້​ດົນ​ທີ່​ສຸດ ເພື່ອຍອດ​ຂາຍ​ຈະ​ບໍ່​ຕົກ ແລະ ທ່ານ​ໃດ​ທີ່​ສົນໃຈ​ກໍ​ໄປ

​ແວ່​ໄດ້​ທີ່​ຕະ­ຫຼາດ​ໜອງ​ຈັນ ນະຄອນ​ຫຼວງ​ວຽງ​ຈັນ.

ແຫຼ່ງຂ່າວຈາກ: ໜັງສືພິມເສດຖະກິດ – ສັງຄົມ