ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ​ສັ່ງ​ໃຫ້​ເຈົ້າຂອງ​ຟາ​ມລ້ຽງ​ໝູ​ໂພນ​ໄຜ່​ຄຳ​ແກ້​ໄຂ​ສະພາບ​ກິ່ນ​ເໝັນ​ໂດຍ​ໄວ

 

ພາຍຫລັງ ​ມີ​ສະພາບ​ສົ່ງ​ກິ່ນ​ເໝັນ​ມາ​ເປັນ​ເວລາ​ດົນ​ຈາກ​ຟາ​ມ ລ້ຽງ​ໝູ​ສວນ​ໂພນ​ໄຜ່​ຄຳ ຢູ່​ບ້ານ​ພ້າວ ​ເມືອງ​ຫາດ​ຊາຍ​ຟອງ ນະ ຄອນຫລວງ​ວຽງ​ຈັນ ຈົນ​ເຮັດ​ໃຫ້​ຜູ້​ອາ​ໄສຢູ່​ບໍລິ​ເວນ​ໃກ້​ຄຽງ​ໄດ້​ຮັບ​ຄວາມ​ເດືອດຮ້ອນ ​ແລະ ​ບາງ​ຄອບຄົວ​ກໍ​ໄດ້​ຍົກຍ້າຍ​ໜີອອກ​ໄປ​ຢູ່​ບ່ອນ​ໃໝ່ ຍ້ອນ​ທົນ​ກິ່ນ​ເໝັນ​ຂີ້ໝູ​ບໍ່​ໄຫວ, ຈາກ​ຜົນ​ກະທົບ​ດັ່ງກ່າວ ປະຊາຊົນ​ຈຶ່ງ​ໄດ້​ຮ້ອງທຸກ​ໄປ​ຫາ​ອຳນາດ​ການ​ປົກຄອງ​ເມືອງ ແລະ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ບຸນ​ທາມ ພຸດ​ທະ​ວົງສາ ຈຶ່ງ​ໄດ້​ລົງ​ກວດກາ​ສະພາບ​ຕົວ​ຈິງ​ຢູ່​ ຟາ ​ມໝູ​ດັ່ງກ່າວ ​ແລະ ​ເຫັນ​ວ່າ​ມີ​ການ​ສົ່ງ​ກິ່ນ​ເໝັນ​ຄື​ດັ່ງ​ປະຊາຊົນ​ໄດ້​ຮ້ອງຮຽນ​ມາ​ແທ້, ພ້ອມ​ທັງ​ສັ່ງ​ໃຫ້​ເຈົ້າຂອງ​ຟາ​ມ​ເລັ່ງ​ແກ້​ໄຂ​ສະພາບ​ກິ່ນ​ເໝັນ​ດັ່ງກ່າວ​ ໂດຍ​ໄວ ​ໂດຍ​ສະ​ເພາະ​​ແມ່ນ​ໃຫ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ເມືອງ​ໃນ​ການ​ ປັບປຸງ​ລະບົບ​ບຳບັດ​ນ້ຳ​ເປື້ອນຢູ່​ອ່າງ​ເກັບ​ນ້ຳຂອງ​ຟາ​ມ​ໃຫ້​ຖືກຕ້ອງ​ຕາມ​ ເຕັກນິກ​ວິຊາ​ການ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ສົ່ງ​ຜົນ​ກະທົບ​ອັນ​ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງຄົມ​ອື່ນໆ, ທັງ​ສາມາດ ສ້າງ​ຄວາມ​ສາມັກຄີ​ຮັກ​ແພງ​ກັບ​ປະຊາຊົນ​ໃກ້​ຄຽງ ​ເພື່ອ​ພ້ອມ​ພາ ກັນ​ສ້າງ​ຂະ​

ບວນການ​ຜະລິດ​ເປັນ​ສິນຄ້າ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ ຕອບສະໜອງຄວາມຕ້ອງການ ຂອງ​ສັງຄົມ​ໄດ້​ພຽງພໍ. ​ຟາ​ມ​ແຫ່ງ​ນີ້ສ້າງ​ຂຶ້ນ​ແຕ່​ປີ 1987 ປັດຈຸ ບັນ​ມີ​ໝູ 1.200 ກວ່າ​ໂຕ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com
ຮູບປະກອບຈາກອິນເຕີເນັດ