ເຕືອນ!! ຄີມລອກຜິວຂາວ ມີສານທຳລາຍຜິວໜັງ ເຖິງ DNA

ເຕືອນຄີມລອດຜິວຂາວ ມີ Hydrogenperoxide ສາມາດທຳລາຍຜິວເຖິງລະດັບ ດີເອັນເອ ທີ່ມີຂາຍໃນຮ້ານຄ້າຕ່າງໆ ທັ້ງຕາມທ້ອງຕະຫຼາດທົ່ວໄປເຫຼືອຮ້ານຄ້າອອນໄລນ ທີ່ຂາຍຄີມປ່ຽນສີຜິວ ໂດຍອ້າງວ່າເປັນກົດໝາກລະໄມ້ ທີ່ຊ່ວຍລອກຜິວຊັ້ນນອກ ແລະເຜີຍຜິວທີ່ຂາວໃສອອກມານັ້ນ

ລ່າສຸດວັນທີ່ 4 ກໍລະກົດ 2014 ກະຊວງສາທາລະນະສຸກເຜີຍວ່າ ຄີມປ່ຽນສີຜິວດັ່ງກ່າວຈະມີສ່ວນຜະສົມຫຼັກຄື” (Hydrogenperoxide) ທີ່ສານກັດກ່ອນສູງ ອາດເຮັດໃຫ້ເກີດການຄັນຄາຍ ແສບ ແລະເປັນຕຸ່ມລັກຊະນະເປັນນ້ຳ ໃນທາງການແພດ ນຳມາໃຊ້ໃນການທຳຄວາມສະອາດແຜ ທີ່ທຳຄວາມສະອາດໃດ້ຍາກ ເຊັ່ນ:ແຜເລິກ ປາກແຜແຄບ ແຜຈາກຕະປູ ຖຶກແທງເປັນຕົ້ນ

ຜູ້ອຳນວນການສະຖາບັນຜິວໜັງ ກ່າວວ່າ ການນຳສານ Hydrogenperoxide ມາໃຊ້ກັບຜິວໂດຍຕົງ ຖືວ່າເປັນການນຳມາໃຊ້ທີ່ຜິດ ເພາະບໍ່ໃດ້ມີຂໍ້ບົ່ງຊີ້ ຫຼືກຳນົດວ່າໃຫ້ສານນີ້ໃຊ້ໃນການຟອກສີຜິວ ແຕ່ເພາະຄ່ານິຍົມໃນປັດຈຸບັນ ຈຶ່ງມີການນຳມາໃຊ້ຜະສົມໃນຄີມກັດຜິວ ໃນເປີເຊັນທີ່ມີຄວາມເຂັ້ມຂົ້ນສູງ

ທັ້ງນີ້ ເມື່ອນຳສານ Hydrogenperoxide ຫຼືຄີມທີ່ມີສ່ວນຜະສົມຂອງສານນີ້ມາໃຊ້ກັບຜິວໜັງ ເພື່ອຫວັງໃຫ້ຜິວຂາວນັ້ນ ສານນີ້ກໍ່ຈະໄປກັດຜິວຊັ້ນນອກອອກ ຈຶ່ງເຮັດໃຫ້ຜິວເບິ່ງຂາວຂື້ນຈິ່ງ ແຕ່ຈະຂາວໃນລະດັບໜຶ່ງເທົ່ານັ້ນ ແລະຫາກໃຊ້ຕັ້ງແຕ່ອາຍຸຍັງນ້ອຍ ແລະໃຊ້ປະຈຳ ຈະເຮັດໃຫ້ຜິວໜັງເຊິ່ງເປັນເກາະປົກປ້ອງໂດຍທຳມະຊາດເຊື່ອມຫຼືບາງລົງ ເມື່ອທາຄີມ ຫຼືສານຊະນຶດອື່ນໆ ທີ່ຜິວໜັງກໍ່ຈະເກິດການຊືມຊັບ ຂອງສານໃດ້ງ່າຍກວ່າປົກກະຕິ ເຮັດໃຫ້ເກິດການແພ້ ຫຼືຄັນຄາຍໃດ້ງ່າຍຂື້ນ ເມື່ອຖືກແສງແດດດົນໆ ຜິວໜັງກໍ່ຈະຖືກທຳລາຍເລິກໄປເຖິງລະດັບໂມເລກຸນ ແລະລະດັບດີເອັນເອພ້ອມ ອີກທັ້ງຍັງເກິດການປ່ຽນແປງ ເຊັ່ນ: ເປັນຕຸ່ມເມັດແຂງ ເປັນເນື້ອງອກຜິວໜັງ ຮວມເຖິງມີແນວໂນ້ມຈະເປັນມະເຮັງຜິວໜັງສູງກວ່າຜິວທຳມະດາ.