ເຕົ້ານົມລູກ ໝົດອາຍຸຫລືຍັງ ກວດກາດ່ວນ

204_20150908165205.
ຫລາຍເຮືອນທີ່ໃຫ້ລູກໃຊ້ເຕົ້ານົມ ເຄີຍຮູ້ກັນບໍ່ວ່າເຕົ້ານົມກໍມີອາຍຸການໃຊ້ໂດຍທົ່ວໄປແລ້ວມັກຈະເປັນເຈົ້ານົມສີຂາວຂຸ່ນ,ຂາວໃສ ແລະມີລາຄາທີ່ແຕກຕ່າງກັນມາເບິ່ງເຕົ້ານົມແຕ່ລະປະເພດ ແຕກຕ່າງຕາມການໃຊ້ງານແລະມີອາຍຸການໃຊ້ງານທີ່ຕ່າງກັນ
1. ເຕົ້ານົມປະເພດພາສຕິກ PP ເຊັ່ນເຕົ້ານົມພາສຕິກຂາວຂຸ່ນ ທົນອຸນຫະພູມ -20 -110 C ມີອາຍຸການໃຊ້ງານສະເລ່ຍ 6 ເດືອນ ຂຶ້ນກັບການດູແລຮັກສາແລະຄວາມຖີ່ໃນການຕົ້ມຫລືໜຶ້ງຂ້າເຊື້ອ
2. ເຈົ້ານົມປະເພດພາສຕິກ PES ເຊັ່ນເຕົ້າພາສຕິກຂາວໃສ ທົນອຸນຫະພູມ -50-180C ມີອາຍຸການໃຊ້ງານສະເລ່ຍ 6 ເດືອນ ເຖິງ 1 ປີ ຂຶ້ນກັບການດູແລຮັກສາແລະຄວາມຖີ່ໃນການຕົ້ມຫລືໜຶ້ງຂ້າເຊື້ອ
3. ເຕົ້ານົມ PPSU ເຊັ່ນເຕົ້ານົມສີຊາ ທົນອຸນຫະພູມ -50 -180C ມີອາຍຸການໃຊ້ງານສະເລ່ຍ 8 ເດືອນ ເຖິງ 2 ປີ ຂຶ້ນກັບການດູແລຮັກສາ ແລະຄວາມຖີ່ໃນການຕົ້ມ ຫລືໜຶ້ງຂ້າເຊື້ອ
4. ເຕົ້ານົມແກ້ວ ສຸດຄຸ້ມແຕ່ນິຍົມໜ້ອຍເພາະໜັກແລະຢ້ານລູກເຮັດຫລົ່ນມືແຕກ ມີອາຍຸການໃຊ້ງານບໍ່ຈຳກັດ ຈົນກວ່າຈະແຕກ ຫລືມີຮອຍຂູດຂ່ວນ
5. ຈຸກນົມຊິລິໂຄນ ທົນຄວາມຮ້ອນ 120C ມີອາຍຸການໃຊ້ງານ 6 ເດືອນ ຖ້າເບິ່ງແຍງຢ່າງຖືກວິທີ ແຕ່ອາດຕ້ອງປ່ຽນໄວຂຶ້ນຫາກຜ່ານຄວາມຮ້ອນສູງເລື້ອຍເກີນໄປ
6. ຈຸກນົມຢາງ ທົນຄວາມຮ້ອນ 100 C ມີອາຍຸການໃຊ້ງານປົກກະຕິ 3 ເດືອນ ແຕ່ຫາກຜ່ານຄວາມຮ້ອນສູງເລື້ອຍ ອາດຕ້ອງປ່ຽນກ່ອນ
ບໍ່ວ່າຈະໃຊ້ເຕົ້ານົມລາຄາຖືກຫລືແພງ ຄວນດູແລຮັກສາໃຫ້ຖືກວິທີຫາກເລືອກເຕົ້ານົມລາຄາແພງ ຄວນຖະໜອມ ດ້ວຍການລ້າງເຕົ້ານົມດ້ວຍແປງຂົນອ່ອນ,ຟອງນ້ຳຫລືແປງຊິລິໂຄນ ເພື່ອໃຫ້ການໃຊ້ງານໄດ້ດົນຂຶ້ນ