ເທຄວັນໂດລາວ ສຸມໃສ່ພັດທະນາບຸຄະລາກອນ ແລະ ທົດສອບນັກກິລາ ເພື່ອຄັດເລືອກ ຮ່ວມໂອແລມປິກສາກົນ

ໃນປີ 2016 ສະຫະພັນເທຄວັນໂດແຫ່ງຊາດລາວ ຈະສຸມໃສ່ການຍົກລະດັບຄວາມຮູ້ຄວາມສາມາດບຸຄະລາກອນ ໃນທົ່ວປະເທດ ແລະ ທົດສອບຄວາມສາມາດນັກກິລາ 2 ຄົນ ທີ່ເປັນເປົ້າໝາຍ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 31 ທີ່ນະຄອນຣີໂອເດີຈາເນໂຣ ທີ່ປະເທດບຣາຊິລ ຮັບກຽດເປັນເຈົ້າພາບ ໃນທ້າຍປີ 2016.

ຕາມການເປີດເຜີຍຂອງທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ໃນຕອນເຊົ້າວັນທີ 21 ມັງກອນ ຜ່ານມາ ໃຫ້ຮູ້ວ່າ: ສຳລັບແຜນການຕົ້ນປີ 2016 ສະຫະພັນເທຄັວນໂດແຫ່ງຊາດລາວ ຈະສືບຕໍ່ປະຕິບັດແຜນການເຄື່ອນໄຫວຢ່າງຮອບດ້ານ ເພື່ອສົ່ງເສີມພັດທະນານັກກິລາເທຄວັນໂດລາວ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະຈະສຸມໃສ່ວຽກງານການເຝິກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸຄະລາກອນ ໃນທົ່ວປະເທດ ໃນລະຫວ່າງວັນທີ 28-31 ມັງກອນ 2016 ທີ່ນະຄອນຫຼວງວຽງຈັນ, ໃນນັ້ນ ຈະມີການຍົກລະດັບຄວາມຮູ້ຄວາມສາມາດໃຫ້ສໍາມະນາກອນໄດ້ຮັບຮູ້ເຖິງວິທີການແກ້ໄຂໃນການສອບເສັງສາຍສີ ໃຫ້ນັກກິລາ ແລະ ການເຝິກແອບເທັກນິກນັກກິລາໃນການແຂ່ງຂັນແບບໃໝ່ ໂດຍຈະເນັ້ນໜັກໃຫ້ນັກກິລາຮຽນຮູ້ວິທີການເຕະຫົວເພື່ອເອົາຄະແນນ.

ນອກຈາກນັ້ນ, ກໍ່ຍັງຈັດການເຝິກຊ້ອມ ແລະ ທົດສອບ ຄວາມສາມາດໃຫ້ນັກກິລາທີ່ນອນໃນເປົ້າໝາຍ ກຽມສົ່ງເຂົ້າຮ່ວມແຂ່ງຂັນເທຄວັນໂດ ລະດັບພາກພື້ນ ແລະ ສາກົນ ກໍ່ຄື ງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີິ 2017 ແລະ ເຂົ້າຮ່ວມການແຂ່ງຂັນກິລາເທຄວັນໂດຮອບຄັດເລືອກໂຊເອເຊຍ ທີ່ປະເທດຟິລິບປິນ ເປັນເຈົ້າພາບໃນລະຫວ່າງວັນທີ 9-20 ເມສານີ້ ໂດຍຈະສົ່ງທ້າວ ສົມສະນຸກ ພົມມະວັນ ແລະ ນາງ ທິດາສະຫວັນ ສົດທະຈິດ ເຂົ້່າຮ່ວມແຂ່່ງຂັນ ເພື່ອຄວ້າໂຄຕ້າ ອັນດັບທີ 1-2 ໄປເຂົ້າຮ່ວມງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 31 ທີ່ນະຄອນຣີໂອເດີຈາເນໂຣ ທີ່ປະເທດບຣາຊິລ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 5-21 ສິງຫາ 2016.

ຫຼັງຈາກນັ້ນ, ກໍ່ຈະໄດ້ສືບຕໍ່ປະຕິບັດໂຄງການຮ່ວມມືລະຫວ່າງ ສະຫະພັນເທຄວັນໂດແຫ່ງຊາດ ກັບ ອົງການເທຄວັນໂດ ເຟັສຄ໊ອບ ຫຼື TPC ຈັດການຍົກລະດັບຄວາມສາມາດເທຄວັນໂດຂັ້ນພື້ນຖານໃຫ້ນັກກິລາຮຸ່ນສືບທອດແຕ່ລະສະໂມສອນ ອ້ອມຂ້າງນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8 ມັງກອນ ຫາ ວັນທີ 16 ກຸມພາ 2016 ແລະ ກະກຽມຮັບອາສາສະມັກກິລາເທຄວັນໂດ ຈຳນວນ 12 ຄົນ ທີ່ສະຫະພັນເທຄວັນໂດໂລກ ສົ່ງມາຊ່ວຍເຫຼືອທຸກໆປີ ແລະ ຈະນຳພາໄປເຄື່ອນໄຫວສະແດງຄວາມສາມາດໃຫ້ບັນດານັກກິລາທີ່ ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໄດ້ຮຽນຮູ້ ແລະ ນຳໄປພັດທະນາຕົນເອງ ເພື່ອກ້າວສູ່ງານກິລາລະດັບຊາດ ໃນອະນາຄົດ.

tecundo1

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ