“ເບຍສໍາລັບເດັກ” ດື່ມແລ້ວດີຕໍ່ສະໝອງ!

ແກ້ໄຂບັນຫາ ເດັກຍາກຮູ້ຍາກລອງ “ເບຍສໍາລັບເດັກ” ດື່ມແລ້ວດີຕໍ່ສະໝອງ

beer

ໃນປະເທດຍີ່ປຸ່ນມີບັນຫາເລື່ອງເດັກນ້ອຍ ມັກຈະຂໍດື່ມເບຍນຳພໍ່ແມ່ຕົນເອງ ເພາະຄວາມຍາກຮູ້ຍາກລອງ ຊຶ່ງໂຕຂອງເດັກເອງ ຮ່າງກາຍຍັງບໍ່ພ້ອມທີ່ຈະຮັບແອລກໍຮໍລ໌ ຈຶ່ງເຮັດໃຫ້ເດັກບາງຄົນເຖີງຂັ້ນປ່ວຍໄດ້. ສະນັ້ນ, ທາງບໍລິສັດເຄື່ອງດື່ມຂອງຍີ່ປຸ່ນ ຈຶ່ງແນມເຫັນຊ່ອງທາງຫາເງິນ ຈຶ່ງໄດ້ມີການວິໄຈ ແລະ ສ້າງເບຍສໍາລັບເດັກນ້ອຍ

beerr

ຊຶ່ງເບຍຊະນິດນີ້ຈະບໍ່ມີສ່ວນປະສົມຂອງແອລກໍຮໍລ໌ຈັກໜ້ອຍເລີຍ ແຕ່ເວລາທີ່ເຮົາຖອກລົງໃສ່ຈອກ ມັນກໍ່ຈະມີຟອດຂຶ້ນມາ ເຮັດໃຫ້ເດັກເຂົ້າໃຈວ່ານັ້ນລະຄືເບຍ ແລະ ບໍ່ໄດ້ມີສັບພະຄຸນພຽງແຕ່ຄວາມຄືເທົ້ານັ້ນ

beerrr

ເພາະຍັງ ສົ່ງຜົນດີຕໍ່ສະໝອງມີ DNA ແລະ ໂອເມກາ3 ທີ່ສົ່ງຜົນດີຕໍ່ສະໝອງຂອງເດັກນ້ອຍໄດ້ເປັນຢ່າງດີ ສ່ວນລົດຊາດນັ້ນກໍ່ຈະປະສົມນໍ້າໝາກໄມ້ເຂົ້າໄປດ້ວຍ ໂດຍທາງບໍລິສັດ ບໍ່ໄດ້ມີພຽງແຕ່ເບຍ ແຕ່ຍັງມີແຊມເປນ ວາຍນ໌ ແລະ ເຄື່ອງດືມຫຼາຍຢ່າງ ທີ່ຄ້າຍຄືກັບຂອງຜູ້ໃຫຍ່ ແຕ່ຖືກຜະລິດຂຶ້ນມາເພື່ອເດັກໂດຍສະເພາະ!!!!