ເປິດໄຟນອນເຮັດໃຫ້ອ້ວນງ່າຍ

1555333_634161339963114_1046014455_n

ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ ຫາກເປັນຜູ້ຍິງແລ້ວ ການເປິດໄຟນອນຈະເຮັດໃຫ້ພຸງໃຫຍ່ຂື້ນ

          ທີມນັກວິໃຈຂອງສະຖາບັນ ວິໃຈໂລກມະເຮັງໃນລອນດອນ ໃດ້ສຶກສາກັບແມ່ຍິງຈຳນວນຫຼາຍ ໂດຍໃຫ້ທຸກບັນຍາຍເຖິງຄວາມສະຫວ່າງຂອງໄຟໃນຫ້ອງນອນ ແລະນຳໄປປຽບທຽບກັບຄວາມອ້ວນຂອງຮ່າງກາຍ.

         ສາດສະດາຈານ Anthony Edward Lowe ຫົວໜ້າຂະນະວິໃຈ ກ່າວວ່າ : ໃນກຸ່ມຄົນຫຼາຍໆ ເຮັດໃຫ້ເຫັນເຖິງຄວາມກ່ຽວພັນລະຫວ່າງ ການຖຶກແສງສະຫວ່າງຍາມກາງຄືນ ກັບການມີນ້ຳໜັກເກິນແລະອ້ວນ ແຕ່ຍັງບໍ່ມີຫຼັກຖານ ຫຼາຍພໍທີ່ຈະລົງຄວາມເຫັນໃດ້ວ່າ ຫາກດັບໄຟນອນຈະເຮັດໃຫ້ນ້ຳໜັກໂຕລົດລົງໃດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງດ້ວຍ ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄວ້າຕໍ່ໄປ .

          ກຸ່ມນັກວິຊາການໃຫ້ຄວາມເຫົນເພີ່ມວ່າ ເຫດທີ່ແສງສະຫວ່າງກ່ຽວພັນກັບຄວາມອ້ວນ ອາດຈະເປັນເພາະແສງໄຟໄປລົບກວນ   ໂມງຊີວະພາບ ເຊິ່ງການພັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຄອຍປຸກໃຫ້ມະນຸດແຂ່ງຂັນຍາມກາງເວັນ ແລະພັກຜ່ອນຕອນກາງຄືນ .ນອກຈາກນີ້ ສະແດງວ່າຍັງມີອິດທິພົນຕໍ່ອາລົມ ຄວາມແຂງແຮງ ແລະ ແມ້ແຕ່ການກິນອາຫານດ້ວຍ.