ເປີດການຜະລິດລະດູແລ້ງ ແລະ ສະຫຼອງວັນຊົນລະປະທານແຫ່ງຊາດ

11204024_1642877762628817_1745246759976041682_n
ໃນວັນທີ 3 ພະຈິກ 2015 ຢູ່ທີ່ໂຄງການ ຊົນລະປະທານບ້ານໜອງກັນ ເມືອງປະທຸມພອນ ແຂວງຈຳປາສັກ, ຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງປະທຸມພອນ ໄດ້ຈັດພິທີເປີດການຜະລິດລະດູແລ້ງ ສົກປີ 2015-2016 ແລະ ສະຫຼອງ ວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈໍາປາສັກ, ມີທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ແຂກຖືກເຊີນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ 10 ເມືອງ, ພະນັກງານອ້ອມຂ້າງເມືອງເຂົ້າຮ່ວມ.

12241422_1642877749295485_8240525028700539783_n
ທ່ານ ຄໍາເຜືອກ ທອງຄໍາ ເຈົ້າເມືອງປະທຸມພອນກ່າວວ່າ: ສະເພາະໂຄງການຝາຍນໍ້າລົ້ນໂຕະໂໝະ,
ໜອງກັນມີເນື້ອທີ່ດິນທໍາການຜະລິດ ທັງໝົດ 225 ເຮັກຕາ ໃນນັ້ນ ສາມາດປະຕິບັດໄດ້ 200 ເຮັກຕາຍ້ອນ ການສະໜອງນໍ້າບໍ່ທົ່ວເຖິງ ເນື່ອງຈາກລະບົບຄອງເໝືອງບໍ່ຮັບປະກັນ. ເພື່ອເຮັດໃຫ້ການຜະລິດໃນລະດູແລ້ງນີ້ ບັນລຸຕາມຄາດໝາຍ ອຳນາດການປົກຄອງເມືອງ ໄດ້ນໍາພາປະຊາຊົນທຸກພາກສ່ວນເຂົ້າຮ່ວມ ຂຸດລອກອະນາໄມຄອງເໝືອງ ໃນໂຄງການຊົນລະປະທານເພື່ອເຮັດໃຫ້ ການໄຫຼຂອງນໍ້າໃນຄອງເໝືອງໄຫຼສະດວກດີ ແລະ ສະໜອງນໍ້າເຂົ້າໃນເນື້ອທີ່ທໍາການຜະລິດ ພຽງພໍກັບຄວາມຕ້ອງການ, ຊຸກຍູ້ປະຊາ ຊົນກະກຽມແນວພັນ ເຂົ້າ, ຝຸ່ນໃຫ້ແກ່ການຜະລິດລະດູແລ້ງ. ສຳລັບສົກປີ 2014-2015 ການປູກເຂົ້ານາປີ ສາມາດປະຕິບັດໄດ້ 7.569 ເຮັກຕາ, ນໍ້າຖ້ວມເສຍຫາຍ 509,32 ເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 6 ພັນ ກ່ວາເຮັກຕາ, ຄາດວ່າຜົນຜະລິດຈະໄດ້ທັງໝົດ 29 ພັນກ່ວາໂຕນ, ສະມັດຖະພາບສະເລ່ຍ 4,41 ໂຕນຕໍ່ເຮັກຕາ.  ສົກປີ 2015-2016 ແຜນການເນື້ອທີ່ຜະລິດນາແຊງ 1.749 ເຮັກຕາ, ສະມັດຖະພາບສະເລ່ຍ 4,43 ໂຕນຕໍ່ ເຮັກຕາ, ຄາດຄະເນຜົນຜະລິດຈະໄດ້ 62 ພັນກ່ວາໂຕນ, ຈະມີເຂົ້າເຫຼືອກິນປະມານ 19 ພັນກ່ວາໂຕນ ເພີ່ມຂຶ້່ນ 64 % ຂອງປີຜ່ານມາ. ສ່ວນການປະຕິບັດແຜນປູກພືດສົກປີ 2014-2015 ແຜນທັງໝົດ 6 ພັນກ່ວາເຮັກຕາ, ປະຕິບັດໄດ້ 5.548 ເຮັກຕາໃນນັ້ນມັນຕົ້ນປະຕິບັດໄດ້ 1.324 ເຮັກຕາ, ສະມັດຖະພາບສະເລ່ຍ 25 ໂຕນຕໍ່ເຮັກຕາ ແລະ ສົກປີ 2015-2016 ແຜນປູກພືດທັງໝົດ 5 ພັນກວ່າເຮັກຕາ ສາມາດ ປະຕິບັດໄດ້ແລ້ວ 2.135 ເຮັກຕາ ໃນນັ້ນເນື້ອທີ່ປູກມັນຕົ້ນບັນລຸ 1.906 ເຮັກຕາ, ທຽບໃສ່ແຜນການປີລື່ນຄາດໝາຍ 1,5%. ຄາດຄະເນຜົນຜະລິດປະມານ 53.368 ໂຕນ.
ໂອກາດນີ້ທ່ານ ຮອງເຈົ້າແຂວງ, ການນໍາແຂວງ ແລະ ເມືອງໄດ້ຮ່ວມກັນລັ່ນຄ້ອງ 9 ບາດ, ເປີດປະຕູນໍ້າ ຄອງເໝືອງ ແລະ ຂຸດລອກອະນາໄມຄອງເໝືອງ.
ຂ່າວ-ພາບ:ຈັນທະວີສັກ
ໜັງສືພິມຈຳປາໃໝ່