ເປືອກໝາກນາວຊ່ວຍໃຫ້ໜ້າເອິກທີ່ຍານກັບມາກະຊັບແລະເຄັ່ງຕຶງໄດ້

lemon_1
ຜູ້ຍິງເຮົາເມື່ອມີອາຍຸຫລາຍຂຶ້ນຮ່າງກາຍມີປ່ຽນແປງໄປຕາມການເວລາແມ່ຫລາຍຄົນອາດກັງວົນໃຈກັບຮູບຮ່າງທີ່ປ່ຽນໄປແລະບັນຫາຢ່າງໜຶ່ງທີ່ເຮັດໃຫ້ແມ່ຮູ້ສຶກໜັກໃຈທີ່ສຸດກໍຄືໜ້າເອິກທີ່ຍານບໍ່ເຄັ່ງກະຊັບຄືແຕ່ກ່ອນນັ້ນເອງ
ແຕ່ບັນຫາໜ້າເອິກບໍ່ງາມຄືເກົ່ານີ້ສາມາດແກ້ໄຂງ່າຍໆດ້ວຍສະໝຸນໄພທີ່ຫາໄດ້ງ່າຍຫລາຍນັ້ນກໍຄື“ເປືອກໝາກນາວ”ເພາະຢູ່ເປືອກໝາກນາວມີກົດທຳມະຊາດແລະສານຟະລາໂວນອຍຊຶ່ງສາມາດກຳຈັດຈຸລັງຜິວເກົ່າອອກແລະຊ່ວຍກະຊັບຜິວພັນໃຫ້ເຄັ່ງຕຶງຂຶ້ນໄດ້
ວິທີເຮັດຄືຝານເປືອກໝາກນາວປະມານ2ໜ່ວຍຈາກນັ້ນນຳເປືອກທາງໃນ(ສີຂາວ)ຖູແລະນວດເບົາໆທີ່ໜ້າເອິກໂດຍເວັ້ນທີ່ຫົວນົມແລະລານນົມຖິ້ມໄວ້ປະມານ1-2 ນາທີແລ້ວລ້າງອອກຈາກນັ້ນໃຊ້ນ້ຳມັນທາຜິວຫລືໂລຊັນທີ່ບໍ່ມີສ່ວນປະສົມຂອງແອວກໍຮໍມາທາທີ່ໜ້າເອິກໃຫ້ຊຸ່ມຊື່ນປະຄົບໜ້າເອິກອາທິດລະ2-3ເທື່ອພຽງເທົ່ານີ້ໜ້າອົກທີ່ຍານກໍຈະກັບມາເບິ່ງກະຊັບແລະເຄັ່ງຕຶງຂຶ້ນ