ເຟີນີເຈີຄຳທະນະພອນ ເປັນທີ່ຕ້ອງການໃນຕະຫລາດຈີນ

ຂ່າວ: ບຸນ​ທຽມ

ເຄື່ອງ​ເຟີ​ນີ​ເຈີ, ໄມ້​ຄວັດ​ແກະ​ສະຫລັກ, ດ້ວຍ​ການ​ອອກ​ແບບ​ຄວາມ​ປານີດ ເນັ້ນ​ວັດ­ທະ­ນະ­ທຳ​ລາວ​ປະ­ສົມ​ປະສານ​ກັບ​ສາ­ກົນຈາກ​ບໍ­ລິ­ສັດ ຄຳ​ທະ­ນະພອນ​ຄວັດ​ແກະ­ສະ­ຫລັກ​ຫັດ­ຖະ­ກຳ​ໄມ້ ຈຳ­ກັດ​ຜູ້​ດຽວ ປະ­ຈຸ​ບັນ​ກາຍ­ເປັນ​ທີ່​ຕ້ອງການ​ສູງ​ໃນ​ຕະ­ຫລາດ ສປ ຈີນ, ຂະ­ນະ ທີ່​ປີ­ຜ່ານ­ມາທຸ­ລະ​ກິດ​ຂະ­ຫຍາຍ­ຕົວ​ເກີນ ເປົ້າລູກ​ຄ້າ​ຈາກ​ຈີນ​ສັ່ງ​ຈອງ​ແຫນ້ນ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫລາຍ​ຕື້​ກີບ​ຕໍ່ເດືອນ.

ທ່ານ ວິ­ລັດ ປັນ­ຍາ​ລາດ ປະ­ທານ​ບໍລິ​ສັດ​ຄຳ​ທະ­ນະ​ພອນ​ຄວັດ​ແກະ­ສະ­ຫລັກຫັດ­ຖະ­ກຳ​ໄມ້ ຈຳ­ກັດ​ຜູ້​ດຽວ ໃຫ້​ສຳ­ພາດກັບ​ທີມ​ຂ່າວ​ເສດ­ຖະ­ກິດ​ວ່າ: ເຄື່ອງ​ເຟີ​ນີເຈີ, ໄມ້​ຄວັດ​ແກະ­ສະ­ຫລັກ, ເຄື່ອງ​ທີ່​ລະນຶກ, ເຄື່ອງ​ແອ້​ປະ­ດັບ​ປະ­ດາ ແລະ ເຄື່ອງໃຊ້​ໃນ​ຄົວ​ເຮືອນ​ອື່ນໆ ໂດຍ​ການ​ອອກແບບ​ດ້ວຍ​ສີ­ມື​ຄົນ​ລາວ​ເນັ້ນ​ວັດ­ທະ­ນະທຳ​ລາວ ປະ­ສົມ​ປະ­ສານ​ກັບ​ສາ­ກົນ​ຂອງບໍ­ລິ­ສັດ​ຄຳ​ທະ­ນະ​ພອນ​ຄວັດ​ແກະ​ສະຫລັກ​ຫັດ­ຖະ­ກຳ​ໄມ້ ກຳ­ລັງ​ເປັນ​ທີ່​ຕ້ອງການ​ໃນ​ຕະ­ຫລາດ ສປ ຈີນ ແລະ ໄທ ນອກ­ຈາກ​ນີ້ ຕະ­ຫລາດ​ອາ​ຊຽນ​ກໍ່​ໃຫ້ຄວາມ​ສົນ­ໃຈ​ສັ່ງ​ຊື້​ນັບ​ມື້​ນັບ​ເພີ່ມ.

ປະ­ຈຸ​ບັນ ທາງ​ບໍ­ລິ­ສັດ​ກຳ­ລັງ​ກຽມຄວັດ​ແກະ­ສະ­ຫລັກ​ໄມ້​ວັດ­ທະ­ນະ­ທຳ​ລາວ ເປັນ​ເອ­ກະ­ລັກ​ດັ້ງ­ເດີມ ພ້ອມ​ທັງ​ໄດ້​ມີການ​ປະ­ສົມ​ປະ­ສານ​ກັບ​ສາ­ກົນ​ເພື່ອ​ໄປວາງ­ສະ­ແດງ​ສູ່​ສາຍ­ຕາ​ມວນ​ຊົນ ແລະ ຊາວ​ຕ່າງ​ຊາດ ໃນ​ງານ​ວາງ­ສະ­ແດງ​ສິນຄ້າ​ເຟີ​ນີ​ເຈີ ແລະ ເຄື່ອງ­ໃຊ້​ພາຍ​ໃນ​ເຮືອນ ເພື່ອ​ເຊື່ອມ​ໂຍງ​ທາງ​ດ້ານ​ການ​ຕະ­ຫລາດລະ­ຫວ່າງ​ປະ­ເທດ​ໃກ້​ຄຽງ​ປະ­ຈຳ​ປີ 2013 ທີ່​ຈະ​ຈັດ​ຂຶ້ນ​ວັນ​ທີ 28 ພຶດ­ສະ­ພາ-2 ມິ­ຖຸ­ນາ 2013 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫລວງ​ວຽງ​ຈັນ ທີ່​ສຳຄັນ ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ​ກຽມ​ຈະ​ນຳເອົາ​ໄປ​ອວດ​ສູ່​ສາຍ­ຕາ​ຊາວ​ໂລກ ໃນງານ​ວາງ­ສະ­ແດງ​ສິນ­ຄ້າ​ຈີນ​ອາ​ຊຽນ​ປະມານ​ທ້າຍ​ເດືອນ​ກັນ­ຍາ ທີ່​ເມືອງ​ຫນານຫນິງ ແຂວງ​ກວາງ­ຊີ  ສປ ຈີນ ເປັນ­ຕົ້ນ: ຮູບ​ຈຳ­ລອງ​ວັດ​ຊຽງ​ທອງ, ວັດ​ພູ​ຈຳ­ປາສັກ, ນາງ​ສາວ​ລາວ,  ຄົນ​ເປົ່າ​ແຄນ​ລາວ ແລະ ອື່ນໆ ທີ່​ເປັນ​ວັດ­ທະ­ນະ­ທຳ​ລາວ ແລະ ເອ­ກະ­ລັກ​ຂອງ​ແຕ່​ລະ​ຊົນ­ເຜົ່າ ແຕ່ລະ​ທ້ອງ­ຖິ່ນ​ໃຫ້​ຊາວ​ໂລກ​ຮັບ​ຮູ້​ໄດ້​ສີ­ມືຄົນ​ລາວ​ກໍ່​ບໍ່​ນ້ອຍ​ຫນ້າ.

ທ່ານ​ປະ­ທານ​ບໍ­ລິ­ສັດ​ຄຳ​ທະ­ນະ​ພອນ ກ່າວ​ອີ​ກວ່າ: ປະ­ຈຸ​ບັນ ຜະ­ລິດ​ຕະ​ພັນຈາກ​ບໍ­ລິ­ສັດ​ຄຳ​ທະ­ນະ​ພອນ​ຄວັດ​ແກະ​ສະຫລັກ​ຫັດ­ຖະ­ກຳ​ໄມ້ ຈຳ­ກັດ​ຜູ້​ດຽວ ກາຍເປັນ​ທີ່​ຮູ້­ຈັກ​ກັນ​ຢ່າງ​ກວ້າງ­ຂວາງ​ໃນ​ຕະຫລາດ ສປ ຈີນ ແລະ ອາ​ຊຽນ ເດັ່ນ​ກວ່າຫມູ່​ໃນ​ປີ 2012 ຜ່ານ​ມາ​ທາງ​ບໍ­ລິ­ສັດ​ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ຫລາຍ​ທີ່​ສຸດ ແລະ ມີ​ລູກ​ຄ້າ​ຈາກ ສປ ຈີນ ມາ​ເຮັດ​ສັນ­ຍາ​ສັ່ງ ຊື້ 6 ບໍ­ລິ­ສັດ, ສ້າງ​ລາຍ​ຮັບ​ໃຫ້​ບໍ­ລິ­ສັດເດືອນ​ຫນຶ່ງ​ນັບ​ຫລາຍ​ຕື້​ກີບ​ຕໍ່​ເດືອນ  ຂະນະ​ທີ່​ປະ­ຈຸ​ບັນ​ທາງ​ບໍ­ລິ­ສັດ​ໄດ້​ເລ່ງ​ຜະລິດ​ທັງ​ເວັນ​ທັງ​ຄືນ ເພື່ອ​ໃຫ້​ຖ່ວງ​ທັນ​ກັບການ​ສັ່ງ​ຊື້​ຂອງ​ລູກ​ຄ້າ.

ເຊື່ອ​ແນ່​ວ່າ­ການ​ເປີດ​ປະ­ຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ຫລື AEC ອີກ 2 ປີ​ຂ້າງ​ຫນ້າ​ຜະ­ລິດ​ຕະ​ພັນ​ລາວ (ໄມ້​ແກະສະ­ຫລັກ) ຈະ​ສາ­ມາດ​ແຂ່ງ­ຂັນ​ກັບ​ຕະຫລາດ​ສາ­ກົນ​ໄດ້ ເພາະ­ວ່າ​ການ​ສ້າງ​ຜະລິດ​ຕະ​ພັນ​ເປັນ​ຂອງ​ລາວ​ເນັ້ນ​ຄວາມ​ລະອຽດ​ຄວາມ​ປາ­ນີດ​ໃສ່­ໃຈ​ເລື່ອງ​ວັດ​ທະນະ​ທຳ ເອ­ກະ­ລັກ​ຂອງ​ຊາດ​ຄຽງ​ຄູ່​ກັບ​ສາກົນ ສ້າງ​ຄວາມ​ຫລາກ​ຫລາຍ​ໃຫ້​ເປັນ​ທີ່ຍອມ­ຮັບ​ຈາກ​ລູກ​ຄ້າ, ທ່ານ ວິ­ລັດ ປັນ­ຍາ ລາດ ກ່າວ.

ທີ່ມາhttp://www.ecom.org.la