ເມືອງຮົ່ມ ແຂວງໄຊສົມບູນ ປ່ອຍລູກປາ 5000 ໂຕ ລົງສູ່ທໍາມະຊາດ

16.07.4

ເມືອງ​ຮົ່ມ ​ແຂວງ​ໄຊ​ສົມບູນ ໄດ້​ຈັດພິທີ​ປ່ອຍ​ປາ​ລົງ​ສູ່ທຳ​ມະ​ຊາດ ຢູ່ ຫ້ວຍ​ນໍ້າ​ປັງ ໃນ​ວັນ​ທີ 13 ກໍ​ລະ​ກົດ 2015 ຈໍານວນ 5 ພັນ​ໂຕມີ​ມູນ​ຄ່າ​ກວ່າ 4 ລ້ານ​ກີບ ​​ເຊິ່ງພິທີ​ດັ່ງກ່າວ ​ເພື່ອສະ​ເຫລີ​ມສະຫລອງ​ວັນ​ອະນຸລັກ ​ສັດ​ນໍ້າ-​ສັດປ່າ ​ແຫ່ງ​ຊາດຄົບຮອບ 18 ປີ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ ທ່ານ ດົວຊົ່ງ ໝື່ນ​ສົມ​ພູ ຮອງ​ເລຂາ​ພັກ​ເມືອງ, ປະທານ​ກວດກາ​ພັກ-ລັດ ​ເມືອງ​ຮົ່ມ ພ້ອມ​ດ້ວຍ​ພະນັກງານ​ລັດ​ຖະກອນ, ທະຫານ, ຕໍາຫລວດ ​ແລະ ພໍ່​ແມ່​ປະຊາຊົນ​ເຂົ້າຮ່ວມ.

ທ່ານ ບົວ​ລີ ​ເຮີ່ຢົງ​ເລັ່ງ ຮັກສາ​ການ ຫົວໜ້າ​ຫ້ອງການ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສີ່​ງ​ແວດ​ລ້ອມ ​ເມືອງ​ຮົ່ມ ​ໄດ້​ກ່າວ​ວ່າ:  ວັນ​ທີ 13 ກໍລະກົດ 2015 ນີ້​ເປັນ​ວັນ​ສໍາຄັນ​ວັນ​ໜຶ່ງ​ຂອງ​​ລາວເຮົາ ເພາະ​ເປັນ​ວັນ​ອະນຸລັກ​ສັດ​ນໍ້າ ​ແລະ ສັດປ່າ​ແຫ່ງ​ຊາດ ຄົບຮອບ 18 ປີ ​ແລະ ຍັງ​ເປັນ​ວັນ​ຄ້າຍ​ວັນ​ເກີດ ຂອງ​ທ່ານ ປະທານ ສຸພາ​ນຸວົງ ຜູ້​ນໍາ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວທັງ​ຊາດ​ ຄົບຮອບ 106 ປີ​ ​ແລະ ວັນ​ກໍາ​ເນີ​ດກິລາ​ລາວຄົບຮອບ 49 ປີ. ດັ່ງນັ້ນ,  ​ເຖິງແມ່ນວ່າ ເມືອງ​ຮົ່ມ ​ມີ​ຊັບພະຍາກອນ​ທໍາ​ມະ​ຊາດທີ່​ອຸດົມສົມບູນ​ເຕັມ​ໄປ​ດ້ວຍ​ພູຜາ, ປ່າ​ໄມ້, ຫ້ວຍ​ນໍ້າ​ລໍາ​ເຊ ​ແລະ  ຊີວະ​ນານາ​ພັນ​ຫລາຍຊະນິດ​, ແຕ່ ທາງ​ພາກ-​ລັດ ​ແລະ ​ເອກະ​ຊົນ​ ຍັງ​ໄດ້​ໃຫ້ຄວາມ​ສຳຄັນ​ຕໍ່​ການ​ຟື້ນ​ຟູ​ຊີວະ​ນາໆ​ພັນ​ເປັນຕົ້ນ​ແມ່ນ​ ບໍລິສັດ ພູ​ເບຍ​ມາຍ​ນິງ ຈໍາກັດ​ ​ໄດ້ອຸປະ​ຖໍາລູກ​ປາ​​ໃນ​ຄັ້ງ​ນີ້ຈໍານວນ 5 ພັນ​ໂຕ ປະກອບ​ມີປານິນ, ປາ​ໄນ ​ແລະ ປາປາກ ເພື່ອປ່ອຍສູ່ທຳມະຊາດ, ພ້ອມນີ້ຍັງ ອຸປະຖໍາ​ເສື້ອ​ອະນຸລັກສັດນໍ້າ-ສັດປ່າ 70 ຜືນ ລວມມູນ​ຄ່າ​ທັງ​ໝົດກວ່າ 4 ລ້ານກີບ.

ທ່ານ ດົວຊົ່ງ ໝື່ນ​ສົມ​ພູ ​ຍັງ​​ໃຫ້​ຮູ້ວ່າ:  ​ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານດ້ານສີ່ງແວດລ້ອມ, ການອະນຸລັກ ສັດນໍ້າ ແລະ ສັດປ່າແຫ່ງຊາດ ຄົບຮອບ 18 ປີ, ຕິດພັນກັບການຈັດຕັ້ງປະຕິບັດມະຕິຂອງອົງຄະນະພັກແຂວງໄຊສົມບູນ ໃນການປຸກລະດົມຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ, ຊຸກຍູ້ວຽກງານ 3 ສ້າງ, ຮັບປະກັນການເປີດປີທ່ອງທ່ຽວ ແຂວງໄຊສົມບູນ ປີ 2015 ໃຫ້ບັນ ລຸເປົ້າໝາຍ. ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກ​ພາກສ່ວນ​ທັງ​ພາກລັດ, ເອກະຊົນ ຕະຫລອດຮອດພໍ່ ແມ່ປະຊາ ຊົນບັນດາເຜົ່າໃຫ້ຖືເອົາວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກເປັນປີລິເລີ່ມຂະບວນການ ໃນການປົກປັກຮັກ ສາສີ່ງແວດລ້ອມ ແລະ ອະນຸລັກສັດນໍ້າ-ສັດປ່າໃຫ້ອຸດົມສົມບູນ ແລະ ຍືນຍົງຕະຫລອດໄປ.
ຂອບໃຈຂ່າວຈາກ:
ຂປລ