ເມົາຢາບ້າ ເອົາກ່ຽວໄລ່ສັບຫົວເດັກນ້ອຍ ຕາຍ1 ສາຫັດ3

ອີງຕາມການລາຍງານຂ່າວຂອງ ສຳນັກຂ່າວ ປກສ ແຂວງຫົວພັນລາຍງານໃຫ້ຮູ້ໃນວັນທີ 16 ກັນຍາ 2014 ໃຫ້ຮູ້ວ່າ ໄດ້ເກີດເຫດຊາຍໄວ 31 ປີ ຊື່ ທ້າວ ຈິດ ປະຊາຊົນບ້ານງິ້ວ ເມືອງຊຳເໜືອ ແຂວງຫົວພັນ ໄດ້ເກີດອາການບ້າຄັ່ງຍ້ອນລິດຂອງຢາບ້າ ແລ້ວເອົາກ່ຽວ(ເຄື່ອງມືກ່ຽວເຂົ້າ) ໄລ່ສັບຫົວເດັກນ້ອຍ ພ້ອມດ້ວຍເອົາໄມ້ຄ້ອນຟາດເດັກນ້ອຍ ອາຍຸ 2 ປີ 4 ຄົນ ພາຍໃນບ້ານງິ້ວ ເຫດດັ່ງກ່າວເຮັດໃຫ້ເດັກນ້ອຍຜູ້ໜຶ່ງໄດ້ເສຍຊີວິດພາຍຫຼັງທີ່ຖືກນຳສົ່ງໂຮງໝໍ ສ່ວນອີກ 3 ຄົນ ແມ່ນບາດເຈັບສາຫັດ.

laopost