ເຢຍລະມັນ‬ ສ້າງຊາດດ້ວຍການສຶກສາ ສ້າງການພັດທະນາດ້ວຍທຶນມະນຸດ

ເມື່ອການສຶກສາເປັນເຄື່ອງມືໃນການສ້າງຊາດ ແລະ ສ້າງຄົນ ເພື່ອໃຫ້ມີສັກກະຍະພາບ ແລະ ຄວາມສາມາດ ແຕ່ຄວາມສາມາດ ຫຼື ທັດສະ ທີ່ໄດ້ຈາກການຮຽນນັ້ນ ຄວນຈະສອດຄ່ອງກັບທິດທາງການພັດທະນາປະເທດເຊັ່ນກັນ.
ແຕ່ໃນຂະນະດຽວກັນ ມີອີກຫຼາຍໆປະເທດ ທີ່ກຳລັງປະເຊີນໜ້າກັບການຂາດແຄນແຮງງານ ເຊິ່ງສາເຫດສ່ວນໜຶ່ງມາຈາກການຜະລິດບຸກຄະລາກອນ ບໍ່ຖືກເປົ້າໝາຍ ແລະ ບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ. ຕົວຢ່າງ ນັກສຶກສາຈາກຫຼາຍໆສະຖານບັນ ເມື່ອຮຽນຈົບແລ້ວ ຕ່າງກໍ່ປະສົບບັນຫາບໍ່ມີວຽກເຮັດ ຫຼື ຊອກວຽກເຮັດບໍ່ໄດ້ ເຊິ່ງມີອັດຕາການວ່າງງານອ່າວສູງ ເນື່ອງຈາກຮຽນໃນສາຂາທີ່ບໍ່ກົງກັບເປົ້າໝາຍ ຫຼື ຄວາມຕ້ອງການໃນຕະຫຼາດແຮງງານ , ບໍ່ມີຄວາມຮູ້ຄວາມສາມາດໃນການແຂ່ງຂັນ ແລະ ການເຮັດວຽກຕົວຈິງ.
ກົງກັນຂ້າມ ສຳລັບປະເທດເຢຍລະມັນ ແລ້ວກັບສາມາດໃນການວາງຮາກຖານການພັດທະນາ ຊັບພະຍາກອນມະນຸດຂອງຕົນເອງໄດ້ເປັນຢ່າງດີ ແລະ ມີລະບຽບແບບແຜນ ລວມເຖິງມີການຮຽນຮູ້ທາງດ້ານວິຊາການ ຄວບຄູ່ກັບການເຝິກທັກສະອາຊີບ ຍິ່ງໄປກວ່ານັ້ນ ຍັງມີການປູພື້ນຖານຕັ້ງແຕ່ລະດັບຊັ້ນມັດທະຍົມຕອນຕົ້ນ ໄປຈົດຮອດລະດັບຊັ້ນມັດທະຍົມສຶກສາຕອນປາຍ (Secondary education level until tertiary education level).
ຍ້ອນລະບົບການສຶກສາຂອງເຢຍລະມັນ ມີຄວາມຫຼາກຫຼາຍ ຈຶ່ງເຮັດໃຫ້ເດັກນ້ອຍນັກຮຽນ ສາມາດທີ່ຈະເລືອກຮຽນ ຫຼື ຮຽນຕໍ່ ຕາມຄວາມຖະໜັດ ແລະ ຄວາມສາມາດຂອງຕົນເອງໄດ້ເປັນຢ່າງດີ. ຕົວຢ່າງ ເດັກນ້ອຍນັກຮຽນໃນສາຍສາມັນ (Gymnasium) ກໍ່ຈະເລືອກຮຽນຕາມຄວາມຖະໜັດ ເຊິ່ງມຸ່ງເນັ້ນໄປທີ່ Abitur ຫຼື ການສອບເສັງເອົາປາກາສາະນີຍະບັດ ຊັ້ນມັດທະຍົມສຶກສາຕອນປາຍ ເພື່ອເຂົ້າສືກສາຕໍ່ໃນລະດັບອຸດົມສຶກສາ. ໃນຂະນະທີ່ ເດັກນ້ອຍບາງຄົນກຸ່ມ ທີ່ບໍ່ມັກຮຽນໃນສາຂາວິຊາການ ແຕ່ມັກໃນການລົງປະຕິບັດຕົວຈິງ ກໍ່ຈະມີໂຮງຮຽນທາງເລືອກສຶກສາຕໍ່ໃນສາຍເທັກນິກ ຫຼື ອະຊິວິສຶກສາ.
ເພາະສັງຄົມເຢນລະມັນນັ້ນ ໄດ້ມີການຫຼໍ່ຫຼອມໃຫ້ເດັກນ້ອຍ ຫຼື ເຍົາວະຊົນຂອງປະເທດ ມີຄວາມເຊື່ອໝັ້ນ ແລະ ຍອມຮັບວ່າ “ທຸກຄົນມີຄວາມສາມາດເປັນມືອາຊີບໄດ້ ບໍ່ວ່າ ບໍ່ວາຄົນໆນັ້ນ ຈະຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ, ສະຖານບັນ, ສາຂາວິຊາໃດ ຫຼື ປະກອບອາຊີບໃດໆກໍ່ຕາມ ແຕ່ຖ້າຫາກມີຄວາມຕັ້ງໃຈແທ້ໆແລ້ວ ກໍ່ສາມາດເປັນມືອາຊີບໄດ້” ລວມເຖິງເດັກນັກຮຽນທີ່ມີໃຈຮັກມັກໃນດ້ານກິລາ ກໍ່ສາມາດສຶກສາຕໍ່ທີ່ໂຮງຮຽນພຶນສະຫວັນກິລາການຍະກຳ ເຊິ່ງພວກເຂົາສາມາດຮຽນທັງວິຊາການ ຄືກັບໂຮງຮຽນທົ່ວໄປ ແຕ່ພິເສດແມ່ນຈະໄດ້ຮຽນກ່ຽວກັບທັກສະທາງດ້ານກິລາທີ່ຕົນເອງມັກ ເຊິ່ງນັກຮຽນ ເຢນລະມັນ ທຸກຄົນລ້ວນແລ້ວແຕ່ມີຄວາມຝັນ ແລະ ຕັ້ງຄຳຖາມກັບຕົວເອງຕະຫຼອດວ່າ “ຕົນເອງຢາກເປັນຫຍັງໃນອະນາຄາດ” ຕ່າງກັບນັກຮຽນໃນອາຊີ ບາງກຸ່ມທີ່ຮຽນຕາມຄວາມນິຍົມຂອງສັງຄົມ ຫຼື ຮຽນຕາມຂໍ້ບັງຄັບຂອງພໍ່ແມ່.
ປົກກະຕິແລ້ວ ເດັກນັກຮຽນເຢນລະມັນ ສ່ວນໃຫຍ່ຈະເບິ່ງເຫັນເສັ້ນທາງອາຊີບ ຫຼື ອະນາຄົດຂອງຕົນເອງຕັ້ງແຕ່ຮຽນຢູ່ຊັ້ນມັດທະຍົມ ເພາະວ່າ ຈະມີການຈັດການທາງດ້ານການສຶກສາໂດຍ ໃຫ້ອາຊີບເຂົ້າມາເປັນສ່ວນໜຶ່ງຂອງຊີວິດນັກຮຽນ ເຮັດໃຫ້ນັກຮຽນເຢຍລະມັນ ຄົ້ນພົບໃນສິ່ງທີ່ຕົນເອງຢາກຈະເປັນ ແລະ ລົງມືປະຕິບັດຕົວຈິງ ໂດຍຜ່ານການເຝິກງານ ຫຼື ທັດສະຕ່າງໆ ອີກທັງ ລະບົບການສຶກສາຂອງເຢຍລະມັນ ເນັ້ນໃຫ້ນັກຮຽນເຫັນຄຸນຄ່າຂອງສາຍງານຂອງທຸກອາຊີບ ໂດຍບໍ່ຢຶດຕິດກັບຄ່ານິຍົມ ຄວາມເປັນອະຊີວະສຶກສາຫຼາຍເກີນໄປ ແຕ່ຈະເປັນການສົ່ງເສີມໃຫ້ນັກຮຽນຄົ້ນຫາຄວາມຖະໜັດ ແລະ ສິ່ງທີ່ຕົນເອງມັກໄດ້ໄວຂຶ້ນ. ດັ່ງນັ້ນ ການແນະນຳການສຶກສາ ແລະ ອາຊີບ ຈຶ່ງມີຄວາມສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນສັງຄົມເຢຍລະມັນ.
ແຕ່ໃນຂະນະດຽວກັນ ສຳລັບເດັກນັກຮຽນທີ່ບໍ່ມັກໃນການລົງມືປະຕິບັດຕົວຈິງ ກໍ່ຈະມຸ່ງໜ້າເຂົ້າສູ່ມະຫາວິທະຍາໄລ ສາຍວິຊາການ ເຊັ່ນ: ເສດຖະສາດ, ແພດສາດ, ສັງຄົມສາດ…ເຊິ່ງນັກຮຽນ ຫຼື ນັກສຶກສາກຸ່ມນີ້ ຈະມີຈຳນວນນັກຮຽນທີ່ໜ້ອຍກວ່າ ແລະ ຄວາມນິຍົມຮຽນໜ້ອຍກວ່າ ເພາະໃຊ້ໄລຍະເວລາ ຮຽນດົນກວ່າ ແລະ ຍັງຕ້ອງໃຊ້ຄ່າໃຊ້ຈ່າຍທີ່ສູງກວ່າ.
ຂະນະທີ່ ນັກຮຽນທີ່ຮຽນສາຍອາຊີບ ບໍ່ວ່າຈະ ເປັນວິສະວະກອນໄຟຟ້າ, ຄອມພິວເຕີ, ລົກຍົນ, ຊ່າງກົນຈັກໜັກ….ຈະເປັນທີ່ນິຍົມຮຽນຫຼາຍກວ່າ ແລະ ຄົນທີ່ຮຽນຈະຕັ້ງຕົວໄດ້ໄວກວ່າ ເພາະເລີ່ມເຮັດວຽກໄດ້ກ່ອນ, ມີເງິນເກັບກ່ອນໂດຍສະເພາະແມ່ນ ນັກສຶກສາທີ່ຮຽນທີ່ຮຽນໃນຫຼັກສູເທີ່ມີຊື່ວ່າ Dual System. Dual System ເປັນລະບົບການສຶກສາທະວີພາຄີເຊິ່ງເປັນການຮ່ວມມືກັນລະຫວ່າງພາກລັດ ແລະ ເອກະຊົນຂອງເຢຍລະມັນ ໂດຍມີສາຂາອາຊີບ ໃຫ້ນັກຮຽນສາມາດເລືອກຮຽນໄດ້ຕາມຄວາມຖະນັດ ແລະ ສະໝັກໃຈ ເຊັ່ນ: ວິສະວະກຳສາດ, ການຊ່າງ ແລະ ການອອກແບບ ເຊິ່ງມີໄລຍະເວລາຮຽນ ປະມານ 2-3 ປີ ຈາມຫຼັກສູດຂອງແຕ່ລະອາຊີບທີ່ເລືອກຮຽນໃນໂຮງຮຽນ ໂດຍຈະແບ່ງສັດສ່ວນອອກເປັນ 60/40 ເປີເຊັນ ໂດຍ 60 ເປີເຊັນ ຂອງນັກຮຽນຈະຮຽນຮູ້ການເຮັດວຽກຕົວຈິງຢູ່ໃນບໍລິສັດ ສ່ວນນັກຮຽນອີກທີ່ຮຽກພາກທິດສະດີໃນໂຮງຮຽນ ຈະມີພຽງ 40 ເປີເຊັນເທົ່ານັ້ນ. ໂດຍມີສາຂາອາຊີບໃຫ້ນັກຮຽນໄດ້ເລືອກຮຽນຕາມຄວາມຖະໜັດ ແລະ ຄວາມສົນໃຈ ແລະ ວ່າກັນວ່າ ລະບົບ Dual System ເປັນ backbone ຫຼື ເປັນກະດູກສັນຫຼັງຂອງລະບົບການສຶກສາຂອງເຢຍລະມັນເລີຍກໍ່ວ່າໄດ້ ແລະ ສິ່ງນີ້ ເປັນສິ່ງຊ່ວຍໃຫ້ເຢຍລະມັນ ສາມາດຫຼຸດພົ້ນຈາກວິກິດເສດຖະກິດໄດ້ໃນທຸກໆຄັ້ງທີ່ຜ່ານມາ ເນື່ອງຈາກເປັນລະບົບການສຶກສາ ທີ່ສາມາດຜະລິດບຸກຄະລະກອນທີ່ຫຼາກຫຼາຍດ້ວນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຍິ່ງໄປກວ່ານັ້ນ ຜູ້ບໍລິຫານ ຫຼື ວ່ານັກທຸລະກິດຂັ້ນນຳຂອງປະເທດ ລວມເຖິງນັກການເມືອງທີ່ມີຊື່ສຽງຫຼາຍທ່ານຕ່າງກໍ່ສຳເລັດການສຶກສາຂອງລະບົບດັ່ງກ່າວມາກ່ອນເຊັ່ນດຽວກັນ.
ຈາກຂໍ້ມູນສະຖິຕິຂອງເຢຍລະມັນ ລະບຸວ່າ ຕະຫຼາດແຮງງານຂອງລະມັນນັ້ນ ມີຜູ້ຈົບການສຶກສາແບບ Dual System ເຖິງ 54 ເປີເຊັນ ຂະນະທີ່ ຜູ້ທີ່ສຳເລັດການສຶກສາໃນລະດັບປະລິນຍາຕີມີພຽງ 18 ເປີເຊັນ ເທົ່ານັ້ນ.
ດັ່ງນັ້ນ ເຮົາອາດຈະບໍ່ເຄີຍໄດ້ຍິນເລີຍໄປດ້ວຍຊ້ຳວ່າ ຄົນເຢຍລະມັນ ວ່າງງານ ຫຼື ບໍ່ມີວຽກເຮັດ ເພາະອັດຕາການວ່າງງານຂອງຊາວເຢຍລະມັນ ທີ່ມີອາຍຸລະຫວ່າງ 14-25 ປີ ມີພຽງ 8 ເປິເຊັນ ເປັນເປັນອັດຕາສ່ວນທີ່ຕຳທີ່ສຸດໃນທະວີບເອີຣົບ.
ເຖິງແນວໃດກໍ່ຕາມ ນັກຮຽນເຢຍລະມັນ ຈຳນວນຫຼວງຫຼາຍ ຖ້າຫາວ່າ ພວກເຂົາຢາກສຶກສາຕໍ່ໃນຫຼັກສູດນນີ້ ກໍ່ບອກເລີຍວ່າ ບໍ່ຢາກງ່າຍເລີຍຄືກັນ ເພາະກ່ອນທີ່ນັກຮຽນນັກສຶກສາ ຈະສາມາດເຂົ້າຮຽນໃນລະບົບນີ້ໄດ້ ຈຳເປັນຈະຕ້ອງຜ່ານການຄັດເລືອກຈາກບໍລິສັດໃຫ້ດປັນຊ່າງເຝິກຫັດ ຫຼື ເອີ້ນວ່າ Apprentice ເມື່ອນັກຮຽນໄດ້ຮັບການຕອບຮັບ ໃຫ້ເປັນຊ່າງເຝິກຫັດແລ້ວ ທາງບໍລິສັດ ຫຼື ທຸລະກິດອຸດສາຫະກຳນັ້ນໆກໍ່ຈະຕິດຕໍ່ໂຮງຮຽນອາຊີວະສຶກສາ ເພື່ອວາງແຜນຮ່ວມກັນໃນການສົ່ງຊ່າວສີມືເຝິກຫັດ ແລະ ນັກຮຽນ ກໍ່ຕ້ອງຮຽນໃນພາກທິດສະດີ ຢູ່ສະຖາບັນການສຶກສາ ຫຼື ໂຮງຮຽນອາຊີວະຕາມ ໄລຍະເວລາທີ່ກຳນົດ ດັ່ງນັ້ນ ນັກສຶກສາເຢຍລະມັນທີ່ຮຽນ ຫຼັກສູດ Dual System ກໍ່ຈະມີ 2 ສະຖານະພາບດ້ວຍກັນ ຄື ເປັນນັກຮຽນ-ນັກສຶກສາ ໃນສະຖານບັນການສຶກສາ ແລະ ເປັນພະນັກງານບໍລະສັດ ໃນອົງກອນທຸລະກິດຕ່າງໆ ຄວບຄູກັນໄປ ແລະ ຖ້າຫາກວ່າ ມີນັກຮຽນ ບາງຄົນທີ່ຢາກເຂົ້າຮຽນໃນລະບົບ Dual System ແຕ່ບໍ່ສາມາດສະໝັກເຂົ້າຮຽນໄດ້ ທາງສະຖາບັນການສຶກສາ ກໍ່ຈະພະຍາຍາມສົ່ງເສີມການສຶກສາ ໃຫ້ນັກຮຽນໃຫ້ມີຄວາມຮູ້ ແລະ ທັກສະທີ່ພ້ອມທີ່ຈະອອກໄປເຮັດວຽກໄດ້ຕົວຈິງ

12079561_1673924769487363_4009902236217928487_n

ຂອບໃຈຂ່າວຈາກ: ໜັງສືພິມສຶກສາ ແລະ ກິລາ