ເສດຖະກິດແຂວງອັດຕະປື ຂະຫຍາຍຕົວເກີນຄາດໝາຍ

attapeu

ຂປລ. ​​ປັດຈຸບັນ ການພັດທະນາເສດຖະກິດ ຢູ່ແຂວງອັດຕະປື ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບສະເລ່ຍ 13,82% ຕໍ່ປີ ສູງກວ່າຄາດໝາຍທີ່ວາງໄວ້, ລາຍຮັບສະເລ່ຍ ຕໍ່ຫົວຄົນ 1.770 ​ໂດລາສະຫະລັດຕໍ່ຄົນ/ປີ ທຽບໃສ່ປີ 2010 ​ເພີ່ມຂຶ້ນ 1.156 ​ໂດລາຕໍ່ຄົນຕໍ່ປີ ໝາຍວ່າເພີ່ມຂຶ້ນ 2 ​ເທົ່າ ​ໃນ​ນັ້ນ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າພາຍ​ໃນແຂວງ ໄດ້ຮັບການປັບປຸງດີຂຶ້ນ, ການພັດທະນາເສດຖະກິດສັງຄົມ ເປັນໄປຕາມທິດຍືນຍົງແລະ ທັນສະໄໝ, ຫັນເປັນອຸດສາຫະກໍາ ຕາມກົນໄກເສດຖະກິດ ຕະຫລາດ.

ທ່ານ ດຣ. ນາມ ວິຍະເກດເຈົ້າແຂວງໆອັດຕະປື ໄດ້ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການ​​ເຮັດໃຫ້ເສດຖະກິດ ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງນັ້ນ ຍ້ອນມີແນວທາງນະໂຍບາຍ ຂອງ​ພັກ-ລັດທີ່ຖືກຕ້ອງ​, ​ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ຂອງ​ຂັ້ນ​​ເທີ​ງແລະ ອໍານາດການປົກຄອງແຂວງ ແຕ່ລະຂັ້ນໄດ້ເຊີດຊູ ຄວາມຮັບຜິດຊອບຂອງຕົນ ຊີ້ນໍາໆພາ, ຫັນແນວທາງ, ມະຕິ, ຄໍາສັ່ງ, ​ເປັນແຜນງານ​ເຂົ້າ​ໃນ ໂຄງການລະອຽດ​ ​ເພື່ອຈັດຕັ້ງປະຕິບັດ ຢ່າງແຖເຖິງຕົວຈິງ ມີຄວາມສາມັກຄີ​​ເປັນປຶກແຜ່ນ ຂອງທົ່ວປວງຊົນ, ​ໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອຈາກບັນດາ ເພື່ອນມິດຍຸດທະສາດແລະ ອົງການຈັດຕັ້ງສາກົນຕະຫລອດມາ, ເພີ່ມທະວີຄວາມຮັບຜິດຊອບ ຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນເຮັດໃຫ້ແຂວງມິສະຖຽນລະພາບທາງດ້ານການ​​ເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ທ່ານເຈົ້າແຂວງອັດຕະປື ຍັງກ່າວຕື່ມອີກວ່າ: ການພັດທະນາເສດຖະກິດ ເຖິງວ່າຈະມີຜົນສໍາເລັດ ໃນຫລາຍດ້ານແຕ່​ຖ້າ​ທຽບໃສ່ ທ່າແຮງບົ່ມຊ້ອນທີ່ມີແລະ ຄວາມຮຽກຮ້ອງຕ້ອງການ ໃນການພັດທະນານັ້ນ ຍັງມີບາງດ້ານທີ່ເຮັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະແມ່ນ ການຜະລິດເປັນສິນຄ້າ ຂອງປະຊາຊົນບໍ່ທັນແຂງແຮງ, ບໍ່ທັນມີອັນເປັນພື້ນຖານ, ຕົວແບບການຜະລິດໃໝ່ຍັງມີໜ້ອຍ, ການເຕີບໂຕຂອງເສດຖະກິດພາຍໃນ ແມ່ນໄດ້ມາຈາກພື້ນຖານ ຄ່າໃຊ້ຈ່າຍການລົງທຶນພາຍໃນແລະ ຕ່າງປະເທດ, ການຈັດສັນຄຸ້ມຄອງການນໍາໃຊ້ ດິນຫລາຍບ່ອນຍັງສັບສົນ, ການເກັບລາຍຮັບພາສີທີ່ດິນຍັງຕໍ່າ, ການປະຕິບັດໂຄງການນອກແຜນ ຍັງມີລັກສະນະເພີ່ມ ​ຂຶ້ນ ​ເຮັດ​ໃຫ້​ເກີດ​ມີ​ໜີ້​ສິນ, ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ ມີ​ບາງ​ດ້ານ​ບໍ່​ໄປ​ຕາມ​ວິ​ໄນ​ການ​ເງິນ, ການ​ຊຸກຍູ້​ສົງ​ເສີມ​ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ ສ້າງ​ຖານ​ລາຍ​ຮັບ​ໃໝ່ ​ເພື່ອ​ເພີ່ມ​ລາຍ​ຮັບ​ງົບປະມານ ​ບໍ່​ທັນ​ເຂັ້ມ​ແຂງ, ການ​ຈ່າຍ​ງົບປະມານ​ ຍັງ​ອາ​ໄສ​ການ​ດຸນ​ດ່ຽງ​ຈາກ​ສູນ​ກາງ​ຫລາຍ​ກວ່າ​ເຄິ່ງໜຶ່ງ​ ຂອງ​ລາຍ​ຈ່າຍ​ທັງ​ໝົດ​ຂອງ​ແຕ່ລະ​ປີ, ການ​ພັດທະນາ​ບາງ​ດ້ານ​ ບໍ່​ທັນ​ຕິດ​ພັນ​ກັບ​ການ​ ປົກ​ປັກ​ຮັກສາ​ປ່າ​ໄມ້ ​ແລະ ສິ່ງ​ແວດ​ລ້ອມ, ການ​ສ້າງ ​ແລະ ປັບປຸງ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ລັດ ​ແລະ ​ເສດຖະກິດ​ຮ່ວມ​ມື​ ຂອງ​ປະຊາຊົນ​ບໍ່​ທັນ​ໄດ້​ດີ, ການ​ດຶງ​ດູດ​ການ​ລົງທຶນ​ ໃສ່​ບັນດາ​ໂຄງການ​ຈຸດ​ສຸມ ​ບໍ່​ທັນ​ຫລາຍ ​ແລະ ບໍ່​ແຂງ​ແຮງ, ການ​ຄຸ້ມ​ຄອງການ​ຈັດ​ຕັ້ງ ​ປະຕິບັດ​ໂຄງການ​ລົງທຶນ ​ຂະໜາດ​ໃຫຍ່​ຫລາຍ​ໂຄງການ​ ທີ່​ລົງທຶນ​ສູງ​ແຕ່​ຄຸນ​ນະພາ​ບຍັງ​ຕໍ່າ​ ບໍ່​ສົມ​ຄູ່​ກັບ​ການ​ລົງທຶນ.

 

ຂອບໃຈຂ່າວຈາກ:

ຂປລ