ເສັ້ນທາງທົ່ງປົ່ງເປ່ເພ ພາກສ່ວນກ່ຽວຂ້ອງ ຄວນເລັ່ງແກ້ໄຂ ກ່ອນເປີດສົກຮຽນໃໝ່

thongpong

ຂປລ. ​ທ່ານ​ຜູ້​ອ່ານ​ຫລາຍ​ຄົນ ​ທີ່​ສັນຈອນ​ໄປມາ ​ເສັ້ນທາງ​ເຂດບ້ານ​ທົ່ງ​ປົ່ງ ​ເຂົ້າ​ໄປ​ຫາ​ ກອງ​ຄຸ້ມ​ຄອງ​ພາຫະນະ ​ແລະ ການ​ຂັບ​ຂີ່ ນະຄອນຫລວງ​ວຽງ​ຈັນ ຕ່າງ​ກໍ​ສົ່ງ​ຂ່າວ​ເຂົ້າມາ​ຫາ​ ທິມງານ​ວຽງ​ຈັນ​ສະອາດ​ ພວກ​ເຮົາ​​ໃຫ້​ລົງ​ໄປ​ຕິດຕາມ​ເບິ່ງ ​ແລ້ວ​ນຳ​ເອົາ​ຂໍ້​ມູນ​ມາສະ​ເໜີ​ ໃຫ້ ​ພາກສ່ວນ​ກ່ຽວຂ້ອງ​ຮັບ​ຮູ້ ​ແລະ ຊອກ​ຫາ​ວິ​ທາງ​ແກ້​ໄຂ​ຢ່າງ​ເລັ່ງດ່ວນ ​ເພື່ອອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ການ​ສັນຈອນ ​ໃນ​ໄລຍະ​ເປີດ​ສົກຮຽນ​ໃໝ່​ ​ເພາະ​ເສັ້ນທາງ​ດັ່ງກ່າວ​ ເປັນ​ທາງ​ຜ່ານ​ໄປ ວິທະຍາ​ໄລ​ຄູ​ພາລະ​ສຶກສາ, ​ໂຮງຮຽນ​ມັດທະຍົມ ​ຕອນ​ປາຍ​ທົ່ງ​ປົ່ງ ​ແລະ ​ໂຮງຮຽນ​ອະນຸບານ, ປະຖົມຫລາຍ​ແຫ່ງ​ ຂອງ​ພາກ​ເອກະ​ຊົນ ​ແລະ ຍັງ​ເປັນ​ເສັ້ນທາງ​ຜ່ານ ຂອງ​ຫລາຍ​ບ້ານ ​ເຊັ່ນ: ທົ່ງ​ປົ່ງ, ​ໂພນ​ສະຫວາດ, ​ໂນ​ນແກ້ວ, ​ໂນນ​ຂີ້​ເຫລັກ ອອກ​ໄປ​ຫາ​ ບ້ານ​ຕາດ​ທອງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ.

ຈາກ ​ການ​ລາຍ​ງານ​ສະພາບ​ດັ່ງກ່າວ ທິມງາມ​ວຽງ​ຈັນ​ສະ​ອາດ​ ພວກ​ເຮົາ​ກໍ​ໄດ້​ລົງ​ໄປ​ຕິດຕາມ ກໍ​ເຫັນວ່າ ​ເສັ້ນທາງ​ດັ່ງກ່າວ​ເປ່​ເພ, ​ເປິ​ເປື້ອນ, ​ເປັນ​ບວກ​ເປັນ​ຂຸມ​ຢ່າງ​ໜັກໜ່ວງ ສົ່ງ​ຜົນ​ໃຫ້ການ​ສັນຈອນ​ຕິດ​ຂັດ​ຫລາຍ ​ໂດຍ​ສະ​ເພາະ ​ແມ່ນ​ຈຸດ​ທາງ​ເຂົ້າວັດ​ທົ່ງ​ປົ່ງ ​ໄປ​ຫາບ້ານ​ໂພນ​ສະຫວາດ; ຜ່ານ​ການ​ໂອ້​ລົມ​ກັບ​ປະຊາຊົນ ​ທີ່​ອາ​ໄສ​ຢູ່​ເຂດ​ດັ່ງກ່າວ​ ຕ່າງ​ກໍ​ເວົ້າ ​ເປັນ​ສຽງ​ດຽວ​ກັນ​ວ່າ: “ເສັ້ນທາງ​ນີ້​ເພ​ມາ​ດົນ​ແລ້ວ ​ທຳ​ອິດ​ເກີດ​ຈາກ​ທໍລະ​ບາຍ​ນ້ຳຕັນ ຈຶ່ງ​ເຮັດ​ໃຫ້​ມີນ້ຳຖ້ວມ​ຂັງ ​ເກີດ​ເປັນ​ບວກ​ເປັນ​ຂຸມ ພໍ​ຮອດ​ລະດູຝົນ​ ນ້ຳຍິ່ງ​ຖ້ວມ​ຂັງ​ເລິກ​ກວ່າ​ເກົ່າ ​ໄລຍະ​ໜຶ່ງ​ທາງ​ພາກສ່ວນ​ກ່ຽວຂ້ອງ​ ກໍ​ໄດ້​ແກ້​ໄຂ​ແລ້ວ ​ໂດຍ​ການ​ເອົາ​ດິນ​ມາ​ຖົມ​ໃສ່​​ ໃຫ້​ພໍ​ສັນຈອນ​ໄປມາ​ໄດ້ ​ແຕ່​ວ່າ​ໃນ​ແຕ່ລະ​ມື້​ ມີ​ພາຫະນະທັງ​ລົດຈັກ, ລົດ​ໃຫຍ່ ​ແລະ ລົດ​ບັນທຸກ ສັນຈອນ​ຜ່ານ​ໄປມາ​ເສັ້ນທາງ​ດັ່ງກ່າວ​ ເປັນ​ຈຳນວນ​ຫລວງຫລາຍ ຈຶ່ງ​ເຮັດ​ໃຫ້​ເສັ້ນທາງ​​ເປັນ​ບວກ​ ເປັນ​ຂຸມ​ຄື​ເກົ່າ ​ແລະ ຍັງ​ກໍ່​ໃຫ້​ເກີດ​ອຸບັດ​ເຫດ​ຫລາຍ​ຄັ້ງ ດັ່ງນັ້ນ ຈຶ່ງ ​ຢາກ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ ມາ​ຊ່ວຍ​ປັບປຸງ​ຕື່ມ​ອີກ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ ໃຫ້​ລູກ​ຫລານ​ໃນ​ໄລຍະ​ເຂົ້າ​ໂຮງຮຽນ ​ເພາະ​ອີກ​ບໍ່ພໍ​ເທົ່າ​ໃດ​ມື້​ ກໍ​ຈະ​ເປີດ​ສົກຮຽນ​ໃໝ່​ແລ້ວ”. ​ພ້ອມ​ດຽວ​ກັນ​ນີ້ ທິມງານ​ພວກ​ເຮົາຍັງ​ມີ​ໂອ ກາດ ​ໄດ້​​ລົມກັບ​ອຳນາດ​ການ​ປົກຄອງ ​ບ້ານ​ທົ່ງ​ປົ່ງ ກໍ​​​ເວົ້າ​ໃຫ້​ຟັງ​ວ່າ: “ທາງ​ພາກສ່ວນ​ກ່ຽວຂ້ອງ ກໍ​ຄື​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ແຜນ​ຈະ​ປັບປຸງ​ ເສັ້ນທາງ​ດັ່ງກ່າວ​ແລ້ວ ​ໂດຍ​​ເລີ່​ມ​ແຕ່ທາງ​ ສາມ​ແຍກ​ໂຮງໝໍປິ່ນ​ປົວສຸຂະພາບຕາ ທົ່ງ​ປົ່ງ ຫາ ສາມ​ແຍກ​ບ້ານ​ຕາດ​ທອງ ​ເຊິ່ງປັດຈຸບັນ ຢູ່​ໃນ​ໄລຍະ​ການ​ສຳ​ຫລວດ ​ແລະ ກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ ຢູ່​ເຂດ​ບ້ານ​​ໂນ​ແກ້ວ ​ເມື່ອ​ສຳ​ເລັດ​​ແລ້ວ ກໍ​ຈະ​ມາ​ປັບປຸງ​ເສັ້ນທາງ​ດັ່ງກ່າວ​ ໃນ​ໄວໆ​ນີ້”.​

ໄດ້ຍິນ​ແນວ​ນີ້​ແລ້ວ ​ ກໍ​ນັບ​ວ່າ​ເປັນ​ຂ່າວ​ດີ​ຂອງ​ປະຊາຊົນ ທີ່​ອາ​ໄສ​ຢູ່​ເຂດ​ດັ່ງກ່າວ ​ເພາະ​ຈະ​ໄດ້​ມີ​ເສັ້ນທາງ​ທີ່​ສະອາດ, ສາມາດ​ສັນຈອນ​ໄປມາ​ ໄດ້​ສະດວກ​ສະບາຍ​ກວ່າ​ເກົ່າ. ສະນັ້ນ, ​ທິມງານ​ວຽງ​ຈັນ​ສະອາດ​ ຈຶ່ງ​ຂໍ​ຮຽກຮ້ອງ​ໃຫ້​ ຜູ້​ຂັບ​ຂີ່​ທຸກ​ທ່ານ ​ ທີ່​ຈະ​ນຳ​ໃຊ້​ເສັ້ນທາງ​ດັ່ງກ່າວ​​ ໃນ​ໄລຍະ​ນີ້​​ໃຫ້ມີ​ຄວາມ​ອົດທົນ, ຂັບ​ຂີ່​ພາຫະນະ​ດ້ວຍ​ຄວາມ ລະມັດ ລະວັງ ​ເພື່ອ​ບໍ່​ໃຫ້​ເກີດ​ອຸບັດ​ເຫດ ​ແລະ ອີກ​ບໍ່​ດົນ​ເສັ້ນທາງ​ດັ່ງກ່າວ ​ກໍ​ຈະ​ໄດ້​ຮັບ​ການ​ປັບປຸງ ​​ໃຫ້​ສາມາດ​ສັນຈອນ​ໄປມາ​ ໄດ້​ຢ່າງ​ສະດວກ​ສະບາຍ​ແລ້ວ, ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ຄວາມ​ເອົາ​ໃຈ​ໃສ່​ ຂອງ​ພາກສ່ວນ​ກ່ຽວຂ້ອງ ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ໃຫ້​ສະດວກ​ສະບາຍ, ທັງ​ເປັນ​ການປະກອບສ່ວນ​ ໃນ​ການ​ພັດທະນາ​ ຕົວ​ເມືອງ​ວຽງ​ຈັນ​ ໃຫ້​ສະອາດ​ງາມ​ຕາ ​ແລະ ສວຍ​ງາມ ສົມວ່າ​ເປັນ​ເມືອງ​ເອກ ຂອງ ສປປ ລາວ.

 

ຂອບໃຈຂ່າວຈາກ:

ຂປລ