ເສັ້ນທາງເມືອງສັງທອງ ເຂດຄ້ອຍແລນມານ ຍຸບຍາວກວ່າ 50 ແມັດ! ເຕືອນຫ້າມລົດບັນທຸກຜ່ານ!

232

ຂປລ. ໃນຕອນເຊົ້າຂອງວັນທີ 23 ກັນຍາ 2015 ເສັ້ນທາງເລກທີ 11 ຢູ່ຈຸດຄ້ອຍແລນມານ ຂອບເຂດບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເກີດການຍຸບໂຕລົງ ເນື່ອງຈາກວ່າ 2 ມື້ທີ່ຜ່ານມາໄດ້ມີຝົນຕົກໜັກ ເກີດມີນ້ຳປ່າໄຫລມາແຕ່ພູພະນັງ ລົງປ່ອງໃສ່ຈຸດດັ່ງກ່າວ ນ້ຳລະບາຍອອກບໍ່ທັນ ເຮັດໃຫ້ນ້ຳຊຶມ ລອດພື້ນດິນ ກໍ່ໃຫ້ ເກີດເສັ້ນທາງຍຸບໂຕລົງ ຄືດັ່ງທີ່ເຫັນໃນພາບນີ້.

ເສັ້ນທາງທີ່ຍຸບໂຕລົງ ມີຄວາມຍາວປະມານ 50 ກວ່າແມັດ, ມີຄວາມເລິກປະມານ 3 ແມັດ ເຮັດໃຫ້ການສັນຈອນ ໄປມາຢູ່ບໍລິເວັນດັ່ງ ກ່າວບໍ່ສະດວກ, ດັ່ງນັ້ນຈຶ່ງເຕືອນ ໃຫ້ຜູ້ທີ່ຈະ ເດີນທາງໄປມາ ຕາມເສັ້ນທາງດັ່ງກ່າວ ມີຄວາມລະມັດລະວັງ, ສະເພາະລົດບັນທຸກໜັກ ແມ່ນຫ້າມໄປ ເສັ້ນທາງດັ່ງກ່າວ ເດັດຂາດ ຈົນກວ່າຈະສອມແປງສຳເລັດ.

 

ແຫລ່ງຂ່າວ:

ຂປລ