ເຫດຜົນທີ່ຄວນກິນໄຂ່ເປັນອາຫານເຊົ້າ

egg

ໄຂ່ 1 ໜ່ວຍ ​ມີ ​ຄໍ​ເລດ​ເຕີ​ລໍ ​ຫລາຍ​ເຖິງ 210 ມິລິ​ກຣາມ​ ແຕ່​ຜົນ​ວິ​ໄຈ​ພົບ​ວ່າ ຄົົນທີ່​ກິນ​ໄຂ່​ອາທິດ​ລະ 4 ໜ່ວຍ​ມີ​ຄໍ​ເລດ​ເຕີ​ລໍ​ຕ່ຳ​ກວ່າ​ຄົນທີ່​ກິນ​ໄຂ່​ອາທິດ​ລະ 1 ໜ່ວຍ​ຫລື ​ບໍ່​ກິນ​ໄຂ່​ເລຍ

ກົນ​ໄກ​ທີ່​ອາດ​ເປັນ​ໄປ​ໄດ້​ຄື ໄຂ່​ມີ​ໂປ​ຕີນ​ສູງ​ ແລະ ​ມີ​ໄຂ​ມັນ​ອີ່ມ​ໂຕ​ຂ້ອນ​ຂ້າງ​ຕ່ຳ ເຮັດໃຫ້​ອີ່ມ​ດົນ ແລະ ​ຄວາມ​ອີ່ມ​ນີ້​ເອງ​ມີ​ສ່ວນ​ເຮັດໃຫ້​ກິນ​ອາຫານ​ທີ່​ມີ​ໄຂ​ມັນ​ສູງ ເຊັ່ນ ຊີ້ນ ອາຫານ​ປະ​ເພດ ຂົ້ວ ຈືນ ແລະ ອື່ນໆ ຫລຸດລົງ

ຜູ້​ຮ້າຍ​ໂຕແທ້​ທີ່​ເຮັດໃຫ້​ ຄໍ​ເລດ​ເຕີ​ລໍ ​ຫລື ​ໄຂ​ມັນ​ໃນ​ເລືອດ​ສູງ​ຄື ໄຂ​ມັນ​ອີ່ມ​ໂຕ ເຊັ່ນ ກະ​ທິ ນ້ຳ​ມັນ​ປາມ ນ້ຳ​ມັນ​ໝາກ​ພ້າວ ນ້ຳ​ມັນ​ໝູ ການ​ກິນ​ຊີ້ນຫລາຍ​ເກີນໄປ ແລະ ອື່ນໆ ແລະ ​ທີ່​ຮ້າຍ​ທີ່ສຸດ​ຄື ໄຂ​ມັນ​ຊານ ​ຫລື ​ໄຂ​ມັນ​ແປ​ສະພາບ ເຊິ່ງ​ສ່ວນ​ໃຫຍ່​ມາ​ຈາກ​ການ​ນຳ​ໄຂ​ມັນ​ພືດ​ໄປ​ເຕີມ​ໄຮ​ໂດ​ເຈນ ເຮັດໃຫ້​ເກີດ​ເປັນ​ ເນີຍ​ຂາວ ເນີຍ​ທຽມ ຄີມ​ທຽມ (ຄໍ​ຟີເມດ) ທີ່​ໃຊ້​ເຮັດ ​ເບ​ເກີ​ລີ ຂະໜົມ​​ກອບໆ ອາຫານ​ຟາດ​ຟູດ

ແນວ​ທາງ​ໃນ​ການ​ລຸດ ​ຄໍ​ເລດ​ເຕີ​ລໍ ​ຫລື ​ໄຂ​ມັນ​ໃນ​ເລືອດ​ຫລັກ​ຄື ການ​ຫລຸດ​ໄຂ​ມັນ​ອີ່ມ​ໂຕ​ ແລະ ​ໄຂ​ມັນ​ຊານ ຮອງ​ລົງ​ໄປ​ຄື ການ​ອອກ​ແຮງອອກ​ກຳ​ລັງ​ໃຫ້​ຫລາຍ​ພໍ​ເປັນ​ປະຈຳ ແລະ ​ການ​ກິນ​ອາຫານ​ທີ່​ມີ ​ຄໍ​ເລດ​ເຕີ​ລໍ​ໃຫ້​ນ້ອຍ​ລົງ

2. ໄຂ່​ມີ​ ໂຄ​ລີນ​ ສູງ​ເຖິງ 30% ຂອງ​ປະລິມານ​ທີ່​ຮ່າງກາຍ​ຕ້ອງ​ການ​ໃນ 1 ມື້ ເຊິ່ງ ​ໂຄ​ລີນ​ ເປັນ​ສານ​ປະກອບ​ທີ່​ຊ່ວຍ​ເສີມ​ຄວາມ​ຈຳ​ໃຫ້​ດີ​ຂຶ້ນ ແລະ ​ຍັງ​ປ້ອງ​ກັນ​ເສັ້ນ​ເລືອດ​​ຕັນ​ໄດ້ນໍາ​ອີກ​

ໄຂ່ 1 ໜ່ວຍ​ໃຫ້​ ໂຄ​ລີນ ​ຫລາຍ​ປະ​ມານ 30% ຂອງ​ປະລິມານ​ທີ່​ຮ່າງກາຍ​ຕ້ອງ​ການ​ໃນ 1 ມື້ ການ​ກິນ​ໄຂ່​ຈຶ່ງ​ຄື​ການ​ຊື້ “ປະ​ກັນ​ຊີວິດ” ໃນ​ເລື່ອງ​ອາຫານ​ຄຸນຄ່າ​ສູງ​ວ່າ ໂອ​ກາດ​ຂາດ​ສານ​ອາຫານ​ຈະຫ​ລຸດລົງ​ໄປ​ຫລວງຫລາຍ

ໂຄ​ລີນ (choline) ເປັນ​ອົງ​ປະກອບ​ຂອງ​ ຝາ​ເຊລຕ່າງໆ ທົ່ວ​ຮ່າງກາຍ ໂດຍ​ສະເພາະ​ ຝາ​ເຊລ​ຂອງ​ສະຫມອງ​ ແລະ​ເຊລ​ປະສາດ ເປັນ​ອົງ​ປະກອບ​ຂອງ​ສານ​ສື່​ປະສາດ​ທີ່​ສະຫມອງ​ໃຊ້​ໃນ​ການ​ສື່​ສານ​ພາຍ​ໃນ (ຄືໆ ຈຸດ​ເຊື່ອມ​ ຫລື router ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ) ຄຸນສົມບັດ​ພິເສດ​ອີກ​ຢ່າງ​ໜຶ່ງ​ຂອງ​ ໂຄ​ລີນ ​ຄື ມັນ​ອອກ​ລິດ​ຕ້ານ (ຫລຸດ) ການ​ອັກ​ເສບ ຫລື ​ປ້ອງ​ກັນ​ບໍ່​ໃຫ້​ທາດ​ໄຟ​ໃນ​ຮ່າງກາຍ​ເກີດຂຶ້ນອີກ​ໄດ້​ໃນ​ລະ​ດັບ​ໜຶ່ງ

ການ​ອັກ​ເສບ​ນີ້​ມີ​ຜົນ​ຫລາຍ​ເປັນ​ພິເສດ​ທີ່​ ຝາ​ຫລອດ​ເລືອດ ເນື່ອງ​ຈາກ​ຝາ​ຫລອດ​ເລືອດ​ທີ່​ມີ​ການ​ອັກ​ເສບ​ຈະ​ບວມ ແລະ ​ສູນ​ເສຍ​ຄວາມ “ລຽບມື່ນ ເຮັດໃຫ້​ຄາບ​ໄຂ​ມັນ​ໄປ​ພອກ ຫລື​ ເກັດ​ເລືອດ​ໄປ​ເກາະ​ກຸ່ມ​ໄດ້​ງ່າຍ

3. ໄຂ່​ແດງ​ຊ່ວຍ​ບຳ​ລຸງ​ສາຍ​ຕາ ເພາະ​ມີ​ສານ​ ລູ​ທີນຊີ​ແຊນ​ທີນ ເຮັດໃຫ້​ຄວາມ​ສ່ຽງ​ເປັນ​ພະຍາດ​ຕາ​ເສື່ອມ​ສະພາບ ຫລື ​ຕາບອດ​ໃນ​ຄົນ​ສູງ​ອາ​ຍຸ

ລູ​ທີນຊີ​ແຊນ​ທີນ​ ເປັນ​ສານ​​ພຶດຕິກໍາເຄ​ມີ ​ຫລື ​ສານ​ຄຸນຄ່າ​ພືດ​ຜັກ​ກຸ່ມ “ສີ​ເຫລືອງ” ຊ່ວຍ​ປ້​ອງ​ກັນ​ຈໍ​ຮັບ​ພາບ (retina / ເລ​ທິ​ນາ) ໂດຍ​ເຮັດ​ຫນ້າທີ່​ເປັນ​ໂຕຕອງ (ຄື​  ກັບ​ເປັນ​ແວ່ນ​ກັນ​ແດດ​ຊັ້ນ​ດີ) ແສງ​ສີ​​ຟ້າ ແລະ ​ລັງສີ UV (ອຸນ​ຕາ​ໄວ​ໂອ​ເລດ / ultraviolet) ເຮັດໃຫ້​ຄວາມ​ສ່ຽງ (ໂອ​ກາດ​ເປັນ) ພະຍາດ​ຕາ​ເສື່ອມ​ສະພາບ ຫລື​ຕາບອດ​ໃນ​ຄົນ​ສູງ​ອາ​ຍຸ (age-related macular degeneration / ARMD) ຫລຸດລົງ

ແນ່ນອນ​ວ່າ ການ​ຫລີກ​ລ້ຽງ​ແສງ​ແດດ​ກ້າ ແສງ​ໄຟ​ກ້າ ຫລື ​ການ​ຢູ່​ໜ້າ​ຈໍ TV, ຈໍ​ຄອມພິວເຕີ​ດົນ​ໆ ເປັນ​ການ​ດີ​ທີ່ສຸດ​ວ່າ ຖ້າ​ຈຳ​ເປັນ​ຕ້ອງ​ເຮັດວຽກ​ກາງ​ແດດ ເບິ່ງໂທລະພາບ​ ຫລື ​ເຮັດວຽກ​ໜ້າ​ຈໍ​ຄອມພິວເຕີ ​ມື້​ລະ​ດົນ​ໆ ການ​ພັກ​ສາຍ​ຕາ​ຢ່າງ​ນ້ອຍ​ທຸກ​ໆ 1-2 ຊົ່ວ​ໂມງ ແລະ ​ການ​ກິນ​ອາຫານ​ທີ່​ມີ​ລູ​ທີນຊີ​ແຊນ​ທີນ​ສູງ ເຊັ່ນ ຜັກ​ໃບ​ຂຽວ (ເຊັ່ນ ບອັກໂຄລີ ​ແລະ ອື່ນໆ) ຖົ່ວ​ທີ່​ມີ​ສີ​ຂຽວ ສາລີ ​ແລະ ອື່ນໆ ກໍ​ຊ່ວຍ​ໄດ້​ຫລາຍ

4. ໄຂ່​ຊ່ວຍ​ຫລຸດ​ຄວາມ​ຕຸ້ຍ ເນື່ອງ​ຈາກ​ມີ​ໂປ​ຕີນ​ສູງ ເຮັດໃຫ້​ອີ່ມດົນ

ການສຶກສາ​ທີ່​ຜ່ານມາ​ພົບ​ວ່າ ຄົົນທີ່​ກິນ​ໄຂ່​ເປັນ​ອາຫານ​ເຊົ້າ​ມີ​ໂອ​ກາດ​ຫລຸດ​ນ້ຳ​ໜັກ​ ແລະ​ເສັ້ນ​ຮອບ​ແອວ​ສຳ​ເລັດ​ຫລາຍກວ່າ​ ຄົົນທີ່​ກິນ​ຂະໜົມ​ປັງ​ເປັນ​ອາຫານ​ເຊົ້າ ກົນ​ໄກ ​ທີ່​ອາດ​ເປັນ​ໄປ​ໄດ້​ຄື ໄຂ່​ມີ​ໂປ​ຕີນ​ຄຸນນະພາບ​ສູງ ເຮັດໃຫ້​ອີ່ມ​ດົນ ແລະ ​ຢ່າ​ລືມ​ວ່າ ບໍ່ແມ່ນ​ກິນ​ອາຫານ​ສໍ່າເກົ່າ​ແລ້ວ​ເສີມ​ໄຂ່​ເຂົ້າໄປ ແຕ່​ຕ້ອງ​ໃຊ້​ຫລັກ “ອາຫານ​ທົດ​ແທນ” ນໍາ ຄື ກິນ​ໄຂ່​ເຂົ້າໄປ ແລ້ວ​ຫລຸດ​ອາຫານ​ຢ່າງ​ອື່ນ​ໃຫ້ໜ້ອຍ​ລົງ​ຈຶ່ງ​ຈະ​ໄດ້​ຜົນ