ເອດີບີ ສະໜອງເງິນກູ້ 15 ລ້ານໂດລາ ໃຫ້ລັດຖະບານລາວ

20141211160241

 

ວັນ​ທີ 11 ທັນວາ 2014 ກະຊວງ​ການ​ເງິນ ຕາງໜ້າ​ລັດຖະບານ ​ສປປ ລາວ ຮ່ວມ​ກັບ​ທະນາຄານ​ພັດທະນາ​ອາຊີ (ADB)

ໄດ້​ເຊັນ​ສັນຍາ​ເງິນ​ກູ້ 15 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ແຜນ​ງານ​ຄຸ້ມ​ຄອງ​ບໍລິຫານ ແລະ ສ້າງ​ຄວາມ​ອາດ​ສາມາດ​ການ​ຄຸ້ມ​

ຄອງ​ຂະແໜງການ​ລັດ ໄລຍະ 2 ລົງນາມ​ໃນ​ສັນຍາ​ຄັ້ງ​ນີ້​ມີ​ທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ລັດຖະມົນຕີ​ຊ່ວຍ​ວ່າ

ການ​ກະຊວງ​ການ​ເງິນ ແລະ ທ່ານ​ນາງ ແຊັນດຣາ ນິ​ໂຄລ ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ປະ

ຈຳ ​ສປປ ລາວ ໂດຍຊ້ອງ​ໜ້າ​ພະນັກງານ​ທີ່​ກ່ຽວຂ້ອງທັງ​ສອງ​ຝ່າຍ.

 

ເພື່ອ​ເປັນ​ການ​ສະໜັບສະໜູນການ​ບັນລຸ​ເປົ້າ​ໝາຍ ການ​ບໍ​ລິຫານ​ພາກ​ລັດ​ທີ່​ດີ​ຈະ​ເປັນ​ກຸນແຈສຳຄັນ ໃນ​ການ​ປ່ຽນ

ແປງແລະ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ບັນດາ​ຂະແໜງການ​ຕ່າງໆ ດຳເນີນວຽກ​ງານ​ສຳເລັດ​ຕາມ​ເປົ້າ​ໝາຍ ວຽກ​

ງານ​ປັບປຸງ​ການ​ຄຸ້ມ​ຄອງ​ບໍລິຫານ​ພາກ​ລັດ ໄດ້​ກາຍເປັນ​ບຸລິມະ​ສິດ​ຂອງ​ລັດຖະບານ ​ທີ່​ໄດ້​ລະບຸ​ໃນ​ແຜນ​ພັດທະນາ​

ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ 2011-2015 ຄັ້ງ​ທີ 7 ແລະ ຈະ​ສືບຕໍ່ດຳເນີນ​ໃນ​ແຜນ 5 ປີ​ຄັ້ງ​ທີ 8 ເຊິ່ງ​ໄດ້​ສຸມ​ໃສ່​

ການ​ປັບປຸງ​ນະ​ໂຍບາຍ ການ​ຄຸ້ມ​ຄອງ​ບໍລິຫານພາກ​ລັດ ​ດ້ວຍ​ການ​ສ້າງ​ຄວາມເຂັ້ມແຂງ​ດ້ານ​ບໍລິການ​ໃນ​ຂົງເຂດ

​ຕ່າງໆ ເຊັ່ນ: ການ​ຄຸ້ມ​ຄອງການ​ເງິນ​ພາກ​ລັດ ການ​ບໍລິຫານລັດ ການ​ສົ່ງເສີມ​ການ​ເປັນ​ຄູ່ຮ່ວມລະຫວ່າງ​ພາກ​ລັດ

ແລະ ເອກະ​ຊົນ ໃນ​ບັນດາ​ໂຄງການລົງທຶນ​ກໍ່ສ້າງ​ພື້ນຖານ​ຕ່າງໆ ແລະ ການ​ສົ່ງເສີມ​ຄວາມ​ສະເໝີພາບ​ບົດບາດ

ຍິງ-ຊາຍ.

 

ການ​ສະໜອງ​ເງິນ​ກູ້​ຂອງ​ທະນາ​ຄານ​ພັດທະນາ​ອາຊີ ແມ່ນແບ່ງ​ອອກ​ເປັນ 2 ໄລຍະ ແຕ່​ປີ 2010-2012 ແລະ ແຕ່​ປີ

2012-2014 ຍ້ອນ​ການ​ຮ່ວມ​ມື​ທີ່​ດີ ລະຫວ່າງກະຊວງ​ການ​ເງິນ ຕາງໜ້າ​ລັດຖະບານ ​ສປປ ລາວ ປັດຈຸ​ບັນ​ໄດ້​ສຳເລັດ

​ການຈັດຕັ້ງ​ປະຕິບັດ ​ແຜນ​ງານ​ຄຸ້ມ​ຄອງ​ບໍລິຫານ ແລະ ສ້າງ​ຄວາມ​ອາດ​ສາມາດການ​ຄຸ້ມ​ຄອງ​ຂະແໜງການ​ລັດ

ໄລຍະ 2 ເຊິ່ງ​ປະກອບ​ມີ 9 ເງື່ອນໄຂ​ນະໂຍບາຍ​ຕົ້ນຕໍ ແລະ 10 ໜ້າ​ວຽກອີງໃສ່​ຜົນສຳເລັດ​ດັ່ງກ່າວ ສະພາ​ບໍລິຫານ​ທະ

ນາຄານພັດທະນາ​ອາຊີ ຈຶ່ງ​ໄດ້​ອະນຸມັດເງິນ​ກູ້ຈຳນວນ 15 ລ້ານ​ໂດ​ລາ ໃຫ້​ແກ່ ​ສປປ ລາວ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ການຈັດ

ຕັ້ງ​ປະຕິບັດ​ ບັນດາ​ວຽກ​ງານ​ບຸລິມະສິດ​ຂອງ​ລັດຖະ​ບານ ທີ່​ລະບຸ​ໃນ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມ ໃນ​ແຕ່​ລະ

ໄລຍະ.

 

ແຫລ່ງຂ່າວ: ວຽງຈັນໃໝ່