ເຮືອບິນຂະໜາດກາງ 2 ລຳ ຕຳກັນກາງອາກາດ ຢູ່ສະຫະລັດອາເມຣິກາ ເສຍຊີວິດ 5 ຄົນ!

EyWwB5WU57MYnKOuXueayjISEcKzBMj7tXGNTyW3jPIQQ7cxJLw4bE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ສິງຫານີ້ວ່າ ເກີດເຫດເຮືອບິນຂະໜາດກາງ 2 ລຳ ຕຳກັນກາງອາກາດ ຢູ່ທາງພາກໃຕ້ຂອງລັດກາລິຟໍເນຍ ໃນມື້ວັນທີ 16 ສິງຫາຜ່ານມານີ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດລວມກັນ 5 ຄົນ ໂດຍເຮືອບິນລຳໜຶ່ງນັ້ນ ແມ່ນເຮືອບິນອາຍພົ່ນປະເພດ 2 ເຄື່ອງຈັກ ໄດ້ຕຳເຂົ້າກັບເຮືອບິນໃບພັດເຄື່ອງຈັກດຽວ ໃນເວລາປະທານ 11:00 ໂມງ ຕາມເວລາໃນທ້ອງຖິ່ນ.

ທັງນີ້ ພາຍຫລັງຕົກລົງສູ່ພື້ນດິນ ໄດ້ເຮັດໃຫ້ເກີດມີໄຟໄໝ້ລາມຕາມທົ່ງຫຍ້າ ກິນເນື້ອທີ່ປະມານ 8,000 ຕາແມັດ ຊຶ່ງລົດດັບເພີງສາມາດດັບໄຟໄວ້ໄດ້ ໃນຄະນະທີ່ເຈົ້າໜ້າທີ່ຂອງສະຫະລັດອາເມຣິກາ ກຳລັງດຳເນີນການສືບສວນຊອກຫາສາເຫດ.