ເຮືອບິນສູ້ຮົບ T-50i ກອງທັບອາກາດອິນໂດເນເຊຍ ຕົກໃນຂະນະສະແດງການບິນ!

558000014428601

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ທັນວາຜ່ານມານີ້ວ່າ ເກີດເຫດເຮືອບິນສູ້ຮົບ T-50i Golden Eagle ຂອງກອງທັບອາກາດ ອິນໂດເນເຊຍ ຕົກຢູ່ບໍລິເວນໃກ້ຖານທັບອາກາດ Adisucipto ເທິງເກາະຊະວາ ໃນຂະນະກຳລັງບິນສະແດງ ເພື່ອສະຫລອງຄົບຮົບ 70 ປີ ຂອງການສ້າງຕັ້ງໂຮງຮຽນການບິນ Yogyakarta ເຮັດໃຫ້ນັກບິນ 2 ຄົນເທິງເຮືອບິນລຳດັ່ງກ່າວ ເສຍຊີວິດຄາທີ່ ຊຶ່ງທາງການຂອງອິນໂດເນເຊຍ ກຳລັງເລັ່ງສືບສວນ-ສອບສວນ ເພື່ອຊອກຫາສາເຫດ ຂອງອຸບັດເຫດຄັ້ງນີ້.

558000014428603