ແປກ! ຄ່ານິຍົມໃໝ່ ຄົນໄທຈຳນວນຫຼາຍແຫ່ລ້ຽງຕຸກກະຕາ

ເມື່ອບໍ່ດົນຈົນເຖິງປັດຈຸບັນນີ້ ໄດ້ເກີດກະແສນິຍົມແນວໃໝ່ ຂຶ້ນທີ່ປະເທດໄທ ໂດຍມີຜູ້ຄົນຈຳນວນຫຼາຍ ລວມທັງດາລາດັງຫຼາຍຄົນຂອງໄທ ໄດ້ແຫ່ກັນໄປຊື້ຕຸກກະຕາຢາງເດັກນ້ອຍຝຣັ່ງມາລ້ຽງ ເຊື່ອວ່າຈະໃຫ້ໂຊກລາບແກ່ຜູ້ລ້ຽງ (ຜູ້ນັບຖື).

ເມື່ອບໍ່ດົນມານີ້ຂ່າວການແຫ່ກັນໄປຊື້ຕຸກກະຕາຢາງທີ່ຖືກອາຈານໄສຍະສາດລົງວິຊາອາຄົມໃສ່ແລ້ວນັ້ນ ມາຮັກສາ ດ້ວຍລາຄາເລິ່ມແຕ່ 1,000 ບາດ (ປະມານ 228,000 ກີບ) ຈົນເຖິງ 10,000 ບາດຂຶ້ນໄປ (ປະມານ 2,280,000 ກີບ) ສົ່ງຜົນໃຫ້ຜູ້ນຳເຂົ້າຕຸກກະຕາຢາງຈາກປະເທດຈີນສາມາດສ້າງກຳໄລໄດ້ເປັນກອບເປັນກຳ ຈົນເຖິງຂັ້ນມີບາງເຈົ້ານຳເຂົ້າຕຸກກະຕາແບບບໍ່ເສຍພາສີເລີຍກໍມີ.

ຕໍ່ຄ່ານິຍົມແປກໆ ດັ່ງກ່າວນັ້ນ ໄດ້ເຮັດໃຫ້ຫຼາຍຝ່າຍອອກມາທັກທ້ວງວ່າ ເປັນການນັບຖືທີ່ງົມງວາຍບໍ່ມີເຫດຜົນ. ແຕ່ໃນຂະນະດຽວກັນ ອີກຝ່າຍກໍອອກມາຕອບໂຕ້ວ່າ ມັນເປັນຄວາມເຊື່ອສ່ວນບຸກຄົນ ແລະເປັນສິ່ງຢຶດໜ່ຽວທາງຈິດໃຈໄດ້ ໃນເວລາມີບັນຫາແລະຫາທີ່ເພິ່ງທາງໃຈບໍ່ໄດ້.

Imagedscf1492