ແຜ່ນດິນໄຫວເສສວນ 6.3 ຣິກເຕີ້ ເສຍຊີວິດແລ້ວຢ່າງໜ້ອຍ 4 ຄົນ

557000013949904

 

ສຳນັກຂ່າວຕ່າງປະເທດລາຍງານ ເຫດແຜ່ນດິນໄຫວຮຸນແຮງ 6.3 ຣິກເຕີ້ ໃນແຂວງເສສວນຂອງຈີນ ໃນວັນທີ 22​ ພະ

ຈິກຜ່ານມານີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ບາດເຈັບອີກກ່ວາ 50 ຄົນ ເຮືອນຊານເສຍຫາຍກ່ວາ 25,000 ຫລັງ.

 

ເຫດແຜ່ນດິນໄຫວເກີດຂຶ້ນໃນເວລາ 16:55 ນາທີ ຂອງວັນທີ 22​ ພະຈິກ ໃນເມືອງຄັງຕິ້ງ ເຂດປົກຄອງຕົນເອງຊົນຊາດຕິ

ເບດແຫ່ງການຈື ແຂວງເສສວນ ເຊິ່ງສູນເຄືອຂ່າຍແຜ່ນດິນໄຫວຂອງຈີນ ສາມາດວັດແທກແຮງສັ່ນສະເທືອນໄດ້ 6.3 ຣິກ

ເຕີ້ ໂດຍມີຜູ້ເສຍຊີວິດແລ້ວ 4 ຄົນ, ບາດເຈັບກ່ວາ 50 ຄົນ ໂດຍ 6 ຄົນມີອາການສາຫັດ.