ແມ່ຍິງລາວ ຖືກແຕ່ງຕັ້ງເປັນເຈົ້າເມືອງ ຢູ່ສະຫະລັດອາເມຣິກາ

Chao Rothberg-26 72dpi

 

ແມ່ຍິງລາວ – ອາເມຣິກັນ ເຜົ່າອິວມຽນ ຄົນທໍາອິດຄື ທ່ານນາງ ແຄັດຕີ້ ຈາວ ຣັອດທ໌ເບີກ (Kathy Chao Rothberg)

ໄດ້ຮັບແຕ່ງຕັ້ງຈາກສະພາເມືອງ ໃຫ້ເປັນເຈົ້າເມືອງ ເມືອງແຊນ ປາບໂລ ລັດກາລີຟໍເນຍ ເມື່ອວັນທີ່ 1 ທັນວາ 2014

ເຊິ່ງນັບວ່າເປັນຄວາມສໍາເລັດ ແລະ ສ້າງຊື່ສຽງໃຫ້ແກ່ຊາວລາວ ທີ່ອາໄສຢູ່ໃນສະຫະລັດອາເມຣິກາ.

 

ທ່ານນາງ ແຄັດຕີ້ ຈາວ ຣັອດທ໌ເບີກ ອາຍຸ 43 ປີ ເກີດຢູ່ປະເທດລາວ ໂດຍໄດ້ອົບພະຍົບກັບຄອບຄົວມາຢູ່ສະຫະລັດ

ອາເມຣິກາ ຕອນອາຍຸໄດ້ 7 ປີ ເມື່ອປີ 1978 ແລະ ໄດ້ຮັບສັນຊາດອາເມຣິກັນ ເມືອປີ 1985. ຈົບການສຶກສາປລິນຍາ

ຕີ ຈາກມະຫາວິທຍາໄລກາລີຟໍເນຍເບີກເຄີລີ ແລະ ຈົບປະລິນຍາໂທ ຈາກມະຫາວິທະຍາໄລ Golden Gate University.

 

ທ່ານນາງ ແຄັດຕີ້ ຈະຮັບໜ້າທີ່ເປັນເຈົ້າເມືອງ ໃນເວລາ 1 ປີ ນັບແຕ່ມື້ເຂົ້າຮັບຕຳແໜ່ງ ໄປຈົນຮອດເດືອນທັນວາປີ

ໜ້າ ໂດຍກ່ອນໜ້ານີ້ໃນເດືອນເມສາ 2012 ທ່ານນາງ ແຄັດຕີ້ ກໍໄດ້ຖືກເລືອກຕັ້ງໃຫ້ເປັນສະມາຊິກສະພາເມືອງດັ່ງ

ກ່າວມາກ່ອນອີກດ້ວຍ.

 

8264916701_432284433e_z

 

ແຫລ່ງຂ່າວ: ວິທະຍຸເອເຊຍເສລີ