ແຫລ່ງ​ຜະ​ລິດ​ປາ​ໝຶກ​ແຊ່​ຟໍ​ມາ​ຣິນ ຢູ່​ເມືອງ​ນາ​ຊາຍ​ທອງ ຖືກ​ເຈົ້າ​ໜ້າ​ທີ່​ເຂົ້າ​ກວດ​ທຳ​ລາຍ!

20150318153622

ເມື່ອ​ບໍ່​ດົນ​ມາ​ນີ້ ​ເຈົ້າ​ໜ້າທີ່​ສັດຕະ​ວະ​ແພດ ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ນະຄອນຫຼວງວຽງ​ຈັນ ໄດ້​ສົມທົບ​ກັບ​ໜ່ວຍງານ​ລ້ຽງສັດ ແລະ ການ​ປະມົງຂອງ​ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ນາ​ຊາຍ​ທອງ ແລະ ອຳນາດ​ການ​ປົກຄອງ​ບ້ານ​ສົງເປືອຍ​ເໜືອ ລົງ​ຕິດຕາມ​ກວດກາສະຖານທີ່​ຜະລິດ ແລະ ປຸງ​ແຕ່ງອາຫານ​ທະເລ ປະເພດ​ປາ​ມຶກແດງ​ແຊ່ ທີ່​ບ້ານ​ສົງ​ເປືອຍ ເມືອງນາ​ຊາຍ​ທອງ ນະຄອນຫຼວງ​ວຽງຈັນ ໄດ້​ພົບ​ເຫັນ​ຜະລິດ​ຕະ​ພັນ​ອາຫານ​ທະເລ​ປາ​ມຶກ​ແດງ​ແຊ່ ຈຳນວນ 400 ກິ​ໂລ ເຊິ່ງ​ເປັນ​ຂອງແມ່​ຄ້າ​ບ້ານ​ສົງ​ເປືອຍ ຕາມ​ການບອກເລົ່າ​ຂອງ​ເຈົ້າ​ຂອງ​ສິນຄ້າ ປາ​ມຶກ​ດັ່ງກ່າວ​ແມ່ນ​ໄດ້​ນຳ​ເຂົ້າມາ​ແຕ່​ປະເທດ​ຫວຽດນາມ ເຊິ່ງແມ່ນ​ຄົນ​ຫວຽດນາມ​ນຳ​ມາ​ສົ່ງໃຫ້​ກັບ​ຕົນ​ເອງ ຫຼັງ​ຈາກ​ນັ້ນ ຕົນກໍ່​ໄດ້​ນຳ​ເອົາ​ມາ​ປຸງ​ແຕ່ງແລ້ວ ນຳ​ເອົາ​ໄປ​ຈຳໜ່າຍ​ຕາມ​ບັນດາຕະຫຼາດ​ຕ່າງໆ ​ໃນ​ນະຄອນຫຼວງວຽງ​ຈັນ.

ຜ່ານ​ການ​ລົງ​ຕິດຕາມ​ຕົວ​ຈິງຂອງ​ເຈົ້າ​ໜ້າທີ່​ສັດຕະວະແພດ ເຫັນ​ວ່າ​ປາ​ມຶກ​ດັ່ງກ່າວ​ແມ່ນ​ມີສານ​ເຄ​ມີ (ຟໍ​ມາ​ຣິນ) ປົນ​ເປື້ອນ ເຊິ່ງ​ສານ​ເຄ​ມີ​ດັ່ງກ່າວ ​ແມ່ນ​ເປັນອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ຜູ້​ບໍລິ​ໂພກ ແລະ ຜະລິດ​ຕະ​ພັນ​ທີ່​ຖືກກວດກາ​ນັ້ນ​ແມ່ນ​ບໍ່​ສາມາດ​ບໍ​ລິໂພກ​ໄດ້ ດັ່ງນັ້ນ ພາກສ່ວນ​ກ່ຽວຂ້ອງ​ເຫັນ​ດີ​ທຳລາຍ​ຜະລິດ​ຕະ​ພັນປາ​ມຶກ​ແຊ່​ຖິ້ມ ​ດ້ວຍ​ການ​ຝັງ​ຕາມເຕັກນິກ​ວິຊາ​ການ ເຊິ່ງ​ເຂົ້າ​ຮ່ວມພິທີ​ທຳລາຍ​ຜະລິດ​ຕະ​ພັນ​ດັ່ງກ່າວ​ຄັ້ງ​ນີ້ ​ມີ​ທ່ານ​ຮອງ​ເຈົ້າເມືອງນາ​ຊາຍ​ທອງ ເຈົ້າ​ໜ້າທີ່​ສັດຕະວະ​ແພດ ນະຄອນຫຼວງ​ວຽງ​ຈັນ ເມືອງ​ນາ​ຊາຍ​ທອງ ແລະ ອຳນາດ​ການ​ປົກຄອງ​ບ້ານ​ສົງເປືອຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່