ແອຊລີ ຢັງ ບອກ! ຜີຈະຈັດເຕັມທີ່ຈະລຸ້ນ 4 ແຊ້ມໃນລະດູການນີ້

ແອຊລີ ຢັງ ປີກຈອມສົ່ງບານຂອງ ແມນເຊສເຕີ ຢູໄນເຕັດ ບອກວ່າຈະຈັດເຕັມເພື່ອຄວ້າແຊ້ມມາໄວ້ໃນຕູ້ໂຊຂອງສະໂມສອນ ເຊີ່ງວ່າງເປົ່າມາ 2 ລະດູການ ຢືນຢັນບໍ່ມີບັນຫາຖ້າໄດ້ປະຈຳຢູ່ແບັກຊ້າຍ
ທີມຂອງ ຫຼຸຍ ຟານ ເກົາ ຄອງຕຳແໜ່ງຈ່າຝູງຂອງຕາຕະລາງ ພຣີເມຍ ລີກ 2015-16 ຫຼັງຈາກທີ່ເອົາຊະນະ ຊັນເດີແລນ ຢ່າງງ່າຍດາຍ 3-0 ທີ່ສະໜາມ ໂອລ ແທຣຟຟອດ ເມື່ອວັນເສົາວັນທີ 26 ກັນຍາ 2015 ທີ່ຜ່ານມາ ໃນຂະນະດຽວກັນ ອະດີດນັກເຕະ ແອສຕັນ ວິລລາ ເຊື່ອວ່ານັກເຕະ “ຜີສາດແດງ” ຕ້ອງລຸຍແບບເຕັມທີ່ທັງ 4 ລາຍການແຂ່ງຂັນເພື່ອແຊ້ມທຳອິດ

ນັກເຕະອາຍຸ 30 ປີກ່າວວ່າ “ເຮົາມາຮອດລະດູການທີ່ຕ້ອງບອກວ່າ ເຮົາຕ້ອງສູ້ເພື່ອແຊ້ມ ສະໂມສອນແມນເຊສເຕີ ຢູໄນເຕັດ ຕ້ອງການແຊ້ມທຸກລາຍການທີ່ມີສ່ວນຮ່ວມ (ພຣີເມຍລີກ, ແຊ້ມປຽນລີກ, ເອຟເອຄັບ ແລະ ແຄບປິຕອລ ວັນຄັບ ) ເຮົາຕ້ອງປະສົບຄວາມສໍາເລັດອີກຄັ້ງ ເຮົາກຳລັງໄປໄດ້ດີໃນລີກ ແຕ່ມັນຍັງເຫຼືອຫົນທາງອີກຍາວໄກ ດັ່ງນັ້ນເຮົາຕ້ອງພິຈາລະນາແບບນັດຕໍ່ນັດເມື່ອເຖິງເວລາລົງສະໜາມ”

“ຂ້ອຍເຄີຍເຮັດໜ້າທີ່ນີ້ມາກ່ອນລະຫວ່າງການລົງຫຼີ້ນບານຖ້ວຍ(ລີກຄັບ) ແລະ ຜູ້ຈັດການທີມບອກໃຫ້ຂ້ອຍຫຼີ້ນບ່ອນນັ້ນອີກຄັ້ງ ຂ້ອຍລົງສະໜາມແລ້ວທຸ້ມເທ 110 % ເໝືອນກັບທຸກຄັ້ງ ຂ້ອຍບໍ່ຮູ້ສຶກຕິດຂັດທີ່ຫຼີ້ນ ແບັກຊ້າຍ ຫຼື ຫຼີ້ນກອງຫຼັງ ມັນແຕກຕ່າງຖ້າທຽບໃສ່ກັບປີກຊ້າຍມັນຕ້ອງຮັບຜິດຊອບເກມຮັບຫຼາຍກວ່າ ແຕ່ຂ້ອຍສາມາດເຮັດໄດ້”

558000011319501