Homeຂ່າວຍົນຕົກຂ່າວດ່ວນ! ເຮລິກັອບເຕີກອງທັບ ພ້ອມຈຸບິນແລະຜູ້ໂດຍສານລວມ 23 ຄົນ ຂາດການຕິດຕໍ່

ຂ່າວດ່ວນ! ເຮລິກັອບເຕີກອງທັບ ພ້ອມຈຸບິນແລະຜູ້ໂດຍສານລວມ 23 ຄົນ ຂາດການຕິດຕໍ່

Published on

11162348_848596611855571_7526566907757663626_n

ລາຍງານຂ່າວດ່ວນເຂົ້າມາວ່າ  ເພຈຂ່າວການບິນໃນ ສປປ ລາວ ໄດ້ລາຍງານວ່າ: ມື້ວານນີ້ 27 ກໍລະກົດ 2015 ບ່າຍໂມງ ທາງທີມຂ່າວຂອງເພຈ ໄດ້ຮັບຂ່າວຈາກນາຍທະຫານ ແລະແຟນເພຈຫຼາຍກວ່າ 3 ທ່ານ, ແຈ້ງວ່າເຮືອບິນ ຂອງກອງທັບອາກາດລາວ( Lao Air Force)ອອກຈາກ ນະຄອນຫຼວງວຽງຈັນ ມຸ້ງໜ້າສູ່ພາກເໜືອ “ໄດ້ຂາດການຕິດຕໍ່” ກັບສູນບັນຊາເຮືອບິນ ແລະຕໍ່ມາພາກສ່ວນກ່ຽວຂ້ອງກໍ່ໄດ້ນໍາເຮືອບິນ ອອກຄົ້ນຫາແຕ່ຕອນນີ້ ກໍ່ຍັງບໍ່ສາມາດພົບເຫັນເທື່ອ, ເຮືອບິນລໍາດັ່ງກ່າວ ປະກອບມີຈຸບິນ 4 ຄົນ ຜູ້ໂດຍສານ 19 ຄົນ ລວມ 23 ຄົນ.

ຂໍຂອບໃຈ ຂໍ້ມູນຈາກ
“ເພສຂ່າວການບິນໃນ ສ ປປ ລາວ”

I Love Airplane LAOS ຂ້ອຍຣັກການບິນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...