ໂຈນ​ປຸ້ນ​ຊັບ​ຕົວ​ອັນ​ຕະ​ລາຍ ຖືກ​ສານຕັດ​ສິນ ຈຳ​ຄຸກ 4 ປີເຄິ່ງ!

thief

ທ້າວ ສີສະຫວັນ ອາຍຸ 35 ປີຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຖືກສານປະຊາຊົນນະຄອນຫລວງວຽງຈັນ ຕັດສິນລົງໂທດຈຳຄຸກເປັນເວລາ 4 ປີ 6 ເດືອນ, ພ້ອມປັບໃໝ 3,4 ລ້ານກີບ ເມື່ອບໍ່ດົນມານີ້ ພາຍຫລັງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບໄດ້ ໃນຂໍ້ຫາລັກຊັບ-ປຸ້ນຊັບພົນລະເມືອງ, ຊື້ຂາຍອາວຸດເສີກ ແລະ ໂຕນໜີຈາກຄ້າຍຄຸມຂັງ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນປີ 2005 ຜູ້ກ່ຽວເຄີຍຕ້ອງໂທດເປັນເວລາ 9 ເດືອນ ໃນຂໍ້ຫາຢາເສບຕິດ ແລະ ປີ 2007 ເຄີຍຕ້ອງໂທດເປັນເວລາ 5 ປີ 9 ເດືອນໃນຂໍ້ຫາລັກຊັບພົນລະເມືອງ, ເຊິ່ງຜ່ານມາຜູ້ກ່ຽວເຄື່ອນໄຫວລັກລົດຈັກຫລາຍຄັນ ແລະ ປຸ້ນຊັບພົນລະເມືອງ ໃນຕົວເມືອງນະຄອນຫລວງວຽງຈັນ ແລະ ຕົກມາຮອດກາງປີ 2013 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາ​ວ​ພັດ​ທະ​ນາ