ໂອບາມາ ຈະຈັດກອງປະຊຸມສຸດຍອດອາຊຽນ – ສະຫະລັດອາເມຣິກາ ຢູ່ລັດກາລິຟໍເນຍ ຕົ້ນປີໜ້າ!

558000014560801
(ພາບປະກອບ: ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ 21 ພະຈິກ 2015 ຜ່ານມາ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ໂຄສົກສະພາຄວາມໝັ້ນຄົງ ແຫ່ງ ສະຫະລັດອາເມຣິກາ ຫລື NSC ໄດ້ຖະແຫລງ ໃນມື້ວານນີ້ (23 ທັນວາ) ວ່າ ບັນດາຜູ່ນຳ 10 ປະເທດອາຊຽນ ຈະເດີນທາງໄປຮ່ວມ ກອງປະຊຸມສຸດຍອດອາຊຽນ – ສະຫະລັດອາເມຣິກາ ຢູ່ລັດກາລິຟໍເນຍ ປະເທດສະຫະລັດອາເມຣິກາ ໃນລະຫວ່າງຕົ້ນປີໜ້າ ຊຶ່ງຄາດວ່າຈະຈັດຂຶ້ນ ລະຫວ່າງວັນທີ 15-16 ກຸມພາ 2016 ທີ່ຈະມາເຖິງນີ້ ຊຶ່ງເປັນໄປຕາມຄຳເຊີນຂອງທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິກາ ໃນຄວາມພະຍາຍາມ ທີ່ຈະດຳເນີນນະໂຍບາຍ ຮັດແໜ້ນການຮ່ວມມື ກັບບັນດາປະເທດໃນອາຊີ ໂດຍສະເພາະແມ່ນອາຊຽນ ໃຫ້ຫລາຍຍິ່ງຂຶ້ນ.