ໂຮງຮຽນ ມໍ ຕົ້ນ ລານຊຽງ ເມືອງຫົວເມືອງ ຮັບຮອງເປັນໂຮງຮຽນປອດຢາເສບຕິດ

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2015 ຜ່ານມານີ້ຢູ່ທີ່ສະໂມສອນໃຫຍ່ ບ້ານລານຊຽງ ເມືອງຫົວເມືອງ ແຂວງຫົວພັນ ໄດ້ຈັດພິທີປະກາດ ໂຮງຮຽນມັດທະຍົມຕອນຕົ້ນລານຊຽງ ເປັນໂຮງຮຽນປອດຢາເສບຕິດ ປະຈຳສົກຮຽນ 2014-2015 ໂດຍການເຂົ້າຮ່ວມຂອງ ທ່ານ ວຽງພອນ ຄຳວົງສາ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການຈັດຕັ້ງເມືອງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍຄະນະ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຕະຫຼອດຮອດຄູອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ ໂອກາດດັ່ງກ່າວ ທ່ານ ອາຈານ ແຫຼ້ ບຸນມິ່ງ ຜູ້ອຳນວຍການໂຮງຮຽນ ມໍຕົ້ນລານຊຽງ ໄດ້ຂຶ້ນຜ່ານບົດສະຫຼຸບຂອງການຈັດຕັ້ງປະຕິບັດການສ້າງໂຮງຮຽນປອດຢາເສບຕິດປະຈຳສົກຮຽນ 2014-2015 ສາມາດຕີລາຄາເຫັນໄດ້ຫຼາຍດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ບຸກບືນປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ໂຮງຮຽນ ມໍຕົ້ນລານຊຽງ ແຫ່ງນີ້ເປັນອາຄານຊັ້ນດຽວ, ປະກອບມີ 5 ຫ້ອງຮຽນ, ນັບແຕ່ ມໍ1 -ມໍ4 ເປັນໂຮງຮຽນທີ່ຂຶ້ນກັບກຸ່ມບ້ານລານຊຽງ ເຊິ່ງປະກອບມີ: ບ້ານ ລານຊຽງ, ບ້ານນົກແອ່ນ ແລະ ບ້ານຫ້ວຍໃໝ່ ແລະ ໃຕ້ການຊີ້ນຳຂອງ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົວເມືອງ ແຂວງຫົວພັນ ເຊິ່ງຫ່າງຈາກຕົວເມືອງ 81 ກິໂລແມັດ, ໂຮງຮຽນດັ່ງກ່າວມີຄູອາຈານທັງໝົດ 12 ຄົນ, ຍິງ 3 ຄົນ ແລະ ມີນັກຮຽນທັງໝົດ 101 ຄົນ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການສ້າງໂຮງຮຽນລານຊຽງ ເປັນໂຮງຮຽນປອດຢາເສບຕິດເຫັນວ່າ ຄູ ແລະ ນັກຮຽນ ຢູ່ພາຍໃນໂຮງຮຽນໄດ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສະນິດ ແໜ້ນ, ເຮັດວຽກເປັນໝູ່ຄະນະ, ອຳນາດການປົກຄອງບ້ານໄດ້ເອົາໃຈໃສ່ຊີ້ນຳເບິ່ງແຍງເປັນພິເສດມີການການປະສານງານ, ພົວພັນວຽກເປັນປົກກະຕິ ນອກຈາກນັ້ນທາງຂັ້ນເທິງກໍ່ຄື: ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ລົງຕິດຕາມປະເມີນ ແລະ ຊີ້ນຳຢ່າງໃກ້ສິດຕິດແທດກັບໂຮງຮຽນດັ່ງກ່າວຢ່າງເປັນປະຈຳ ໄລຍະຜ່ານມານັກຮຽນຜູ້ທີ່ໄປກ່ຽວຂ້ອງກັບສິ່ງເສບຕິດທີ່ຜິດກົດໝາຍທາງໂຮງຮຽນກໍ່ໄດ້ມີການສຶກສາອົບຮົມການເມືອງແນວຄິດ, ໄດ້ມີການໂຄສະນາຜົນຮ້າຍຂອງສິ່ງເສບຕິດ, ນຳເອົາເອກະສານກົດໝາຍວ່າດ້ວຍສິ່ງເສບຕິດ ແລະ ກົດໝາຍຂອງບ້ານເມືອງ ສ້າງກິດຈະກຳການແຂ່ງຂັນກິລາ-ສິລະປະວັນນະຄະດີ ແລະ ຕອບ-ຖາມ ຄຳຖາມວິທະຍາສາດ ຢູ່ພາຍໃນໂຮງຮຽນໃນທຸກໆປີ ໂອກາດດຽວກັນ ທ່ານວຽງພອນ ຄຳວົງສາ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການຈັດຕັ້ງເມືອງ ໄດ້ມອບໃບຢັ້ງຢືນ ໂຮງຮຽນປອດຢາເສບຕິດໃຫ້ແກ່ໂຮງຮຽນ ມໍຕົ້ນລານຊຽງ ຮັບໂດຍ ທ່ານ ອາຈານ ແຫຼ້ ບຸນມິ່ງ ຜູ້ອຳນວຍການໂຮງຮຽນ ມໍຕົ້ນລານຊຽງ ໃນສົກຮຽນ 2015-2016 ທາງໂຮງຮຽນໄດ້ມີແຜນການຈະສືບຕໍ່ນຳພາ ຄູອາຈານ ແລະ ນັກຮຽນຮັກ ສາມູນເຊື້ອໃຫ້ໄດ້ 3 ສະໄໝຕິດຕໍ່ກັນຖ້າເຮັດໄດ້ແມ່ນຈະໄດ້ຮັບໃບຢັ້ງຢືນເປັນໂຮງຮຽນປອດຢາເສບຕິດຢ່າງຖາວອນ ແລະ ສາມາດເອກອ້າງພ້ອມທັງຢັ້ງຢືນວ່າໂຮງຮຽນ ມໍຕົ້ນລານຊຽງແຫ່ງນີ້ປອດຢາເສບຕິດຢ່າງແທ້ຈິງ

12046716_1660474490906348_4275328790388072982_n

12039295_1660474500906347_2435005884052450374_n

12049134_1660474510906346_2296027208750284462_n