ໄຕ້ຫວັນໜາວທີ່ສຸດ ໃນຮອບ 16 ປີ ພົບມີຜູ້ເສຍຊີວິດຍ້ອນໄພໜາວ ຢ່າງໜ້ອຍ 85 ຄົນແລ້ວ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມັງກອນຜ່ານມານີ້ວ່າ ຈາກອິດທິພົນຂອງຄື້ນກະແສລົມໜາວ ພັດປົກຄຸມ ທົ່ວພາກພື້ນອາຊີຕາເວັນອອກ ໄດ້ເຮັດໃຫ້ປະຊາຊົນຊາວເກົາຫລີໃຕ້, ຍີ່ປຸ່ນ, ຈີນ, ຊາວໄຕ້ຫວັນ ແລະ ຮົງກົງ ປະເຊີນກັບສະພາບອາກາດໜາວຈັດ ຊຶ່ງເປັນເຫດເຮັດໃຫ້ ມີຜູ້ເສຍຊີວິດໃນໄຕ້ຫວັນແລ້ວ ຢ່າງໜ້ອຍ 85 ຄົນ ໂດຍສ່ວນໃຫຍ່ເປັນຜູ້ສູງອາຍຸ ທີ່ອາໄສຢູ່ທາງພາກເໜືອຂອງເກາະໄຕ້ຫວັນເຊັ່ນ ນະຄອນໄທເປ ແລະ ເມືອງເກົາຢວນ ລວມເຖິງເມືອງເກົາສົງ ຢູ່ທາງພາກໃຕ້ຂອງເກາະອີກດ້ວຍ ຊຶ່ງສາເຫດຂອງການເສຍຊີວິດ ສ່ວນໃຫຍ່ແມ່ນເນື່ອງຈາກ ສະພາວະອຸນຫະພູມໃນຮ່າງກາຍ ຕ່ຳກ່ວາປົກກະຕິ ແລະ ເກີດພະຍາດຫົວໃຈ ຫລັງຈາກທີ່ສະພາບອາກາດ ໜາວເຢັນລົງແບບກະທັນຫັນ.

ທັງນີ້ ແຫລ່ງຂ່າວໄດ້ແຈ້ງວ່າ ອຸນຫະພູມຢູ່ນະຄອນໄທເປ ໄດ້ຫລຸດລົງຕ່ຳຢູ່ໃນລະດັບ 4 ອົງສາ ໃນວັນຈັນທີ 25 ມັງກອນຜ່ານມານີ້ ຊຶ່ງຖືວ່າເປັນອຸນຫະພູມຕ່ຳທີ່ສຸດ ໃນຮອບ 16 ປີ.