ໄລຍະ​ນີ້ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ

Rain-on-Thassos

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ ຍັງ​ຈະ​ສືບ​ຕໍ່​ພັດ​ຜ່ານ​​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕ​າ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ ​ລັກສະນະນີ້ຈະເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​​ແຕ່​ລະ​ພາກ. ຈາກ​ນັ້ນ​ທ້າຍ​ອາທິດ​ນີ້,ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຈະ​ມີ​ກຳລັງ​ແຮງ​ເພີ້​ມຂຶ້ນ​ພັດ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ,ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ​ຫລາຍ​ຂຶ້ນ ​ແລະ ຕົກໜັກ​ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ນັບ​ທັງ​ນະຄອນຫລວງ​ວຽງ​ຈັນ.

ສະພາບ​ອາກາດ​ໂດຍ​ທົ່ວ​ໄປ ຈະ​ຮ້ອນ​ທຳ​ມະ​ດາ​ຢູ່​ໃນ​​ແຕ່​ລະ​ພາກ ​ແລະ ອາກາດ​ຈະ​ເຢັນ​ຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ແຂວງ​ໄຊ​ສົມບູນ ​ແລະ ພູ​ພຽງ​ບໍ​ລະ​ເວນ​ ປາກ​ຊ່ອງ ແລະ ໃນລະຫວ່າງວັນ​ທີ 26-29 ສິງຫາ​ນີ້, ຈະ​ມີ​ຝົນຕົກ​ຟ້າ​

ຄະນອງ​ໃນ​ລະດັບ​ຄ່ອຍ​ຫາ​ປານກາງ​ເປັນ​ບາງ​ໂອກາດ​ຢູ່ບາງ​ທ້ອງ​ຖິ່ນ, ຈາກ​ນັ້ນ ທ້າຍ​ອາທິດ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ຫລາ​ຍຂຶ້ນ​ຢູ່​ແຕ່​ລະ​ພາກ ຈຶ່ງເຕືອນໃຫ້ປະຊາຊົນ ຜູ້ຢູ່ເຂດພື້ນທີ່ສ່ຽງ ຈົ່ງມີຄວາມລະມັດລະວັງຕໍ່ສະພາບດິນຟ້າອາກາດດັ່ງກ່າວ.

ຂ່າວຈາກ:
789