ໜຸ່ມ ແຈັກ ສາຍນ້ຳມອງ ເອົາເພງເກົ່າມາຜະລິດໃໝ່

10458086_338124603011198_7837092089420273342_n

                    ໜຸ່ມ ແຈັກ ສາຍນ້ຳມອງ ເປັນອີກສິລະປິນທ່ານໜຶ່ງ ທີ່ມີຜົນງານເພງ ດັງໆຫຼາຍເພງ ແລະ ໜຶ່ງໃນນັ້ນກໍແມ່ນເພງ: ນ້ຳຕາໄຫລໃສ່ປ້ອມຍາມ ຈົນຄ້າຍເພງທີເຄ ຊາວລາວ ໄດ້ນຳເອົາເພງນີ້ມາຜະລິດໃໝ່, ຮ້ອງໃໝ່ ແລະ ຖ່າຍມິວສິກວີດີໂອໃໝ່ ເຊິ່ງມີຄວາມມ່ວນຂື້ນກ່ອນເກົ່າ ແລະທັນສະໄໝ່ຂື້ນ ຕອນນີ້ ເພງນີ້ ໄດ້ປ່ອຍອອກອາກາດຕາມສະຖານີ ວິທະຍຸແລ້ວ ເຊິ່ງເນື້ອໃນເພງນີ້ ແມ່ນເວົ້າເຖິງຊີວິດຂອງໜຸ່ມຍາມ ທີ່ມີຮັກດຽວ ແຕ່ເມື່ອເວລາຜ່ານໄປ ສາວທີ່ເປັນແຟນກໍ່ໄດ້ເຂົ້າສູ່ປະຕູວິວາ ຈົນເຮັດໃຫ້ໜຸ່ມຍາມເສຍໃຈ ເປັນສາເຫດເຮັດໃຫ້ມີນ້ຳຕາ ໄຫລອອກໃນຂະນະເຮັດວຽກຢູ່ ຈົນເປັນທີ່ມາຂອງ ນ້ຳຕາໄຫລໃສ່ປ້ອມຍາມ.
ສຳລັບວີດີໂອເພງນີ້ກໍ່ໄດ້ປ່ອຍອອກອາກາດແລ້ວ ເຊິ່ງໄດ້ສາວນ້ຳຕານ ເຈົ້າຂອງຜົນງານເພງ: ສັນຍາລັກກອງເຟືອງ ມາສະແດງໃຫ້ ພ້ອມກັບນັກສະແດງທີ່ມີສີມືຫລາຍຄົນ