ໝອກຄັວນໄຟໄໝ້ປ່າຢູ່ອິນໂດເນເຊຍ ແຜ່ປົກຄຸມຮອດນະຄອນໂຮ່ຈິມິນ ປະເທດຫວຽດນາມ

558000011647901

ສຳນັກຂ່າວຕ່າງປະເທດລາຍງານວ່າ ສູນອຸຕຸນິຍົມວິທະຍາພາກໃຕ້ຂອງຫວຽດນາມ ໄດ້ແຈ້ງເຂດພື້ນທີ່ຊານເມືອງ ແລະ ໃຈກາງນະຄອນໂຮ່ຈິມິນ ໄດ້ຖືກປົກຄຸມໄປດ້ວຍໝອກຄວັນ ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບ ໂດຍສະເພາະຕໍ່ລະບົບທາງເດີນຫາຍໃຈ ອັນເປັນສ່ວນໜຶ່ງທີ່ເປັນຜົນກະທົບຈາກວິກິດການໝອກຄັວນຈາກໄຟໄໝ້ປ່າ ເທິງເກາະສຸມາດຕຣາ ແລະ ເກາະບໍນຽວ ປະເທດອິນໂດເນເຊຍ ທີ່ໄດ້ສົ່ງຜົນເຮັດໃຫ້ພື້ນທີ່ຫລາຍປະເທດເຊັ່ນ ມາເລເຊຍ ແລະ ສິງກະໂປ ຈຳຕ້ອງໄດ້ປິດໂຮງຮຽນ ແລະ ຍົກເລີກງານເທດສະການກາງແຈ້ງຕ່າງໆ ເພື່ອຫລີກລ່ຽງການສູດົມໝອກຄວັນທີ່ເປັນພິດ.